ດົນຕີພື້ນເມືອງຂອງບັນດາປະເທດອາຊຽນຖືກຈັດຂຶ້ນເປັນຄັ້ງທຳອິດຢູ່ຫວຽດນາມ

ດົນຕີພື້ນເມືອງຂອງບັນດາປະເທດອາຊຽນຖືກຈັດຂຶ້ນເປັນຄັ້ງທຳອິດຢູ່ຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ດົນຕີ​ພື້ນ​ເມືອງ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນຖືກ​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ຫວຽດນາມ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສິລະ​ປະວັດ​ທະນະ​ທຳ​ທີ່​ນອນ​ໃນ​ລາຍການ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2015 ​ໂດຍ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຈັດ​ຕັ້ງ. ​ລາຍການ​ດົນຕີ​ນີ້​ແມ່ນ​ການ​ເຄື່ອນ​ໄຫວຂຳ່ນັບຊົມ​ເຊີຍ​ການ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ​ໃນ​ທ້າຍ​ປີ 2015, ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ນັກ​ສິນລະປິນ​ປະ​ເທດ​ຕ່າງໆ​ພົບ​ປະ, ​ແລກປ່ຽນ​ບົດຮຽນ​ໃນ​ການ​ປະດິດ​ແຕ່ງ​ສິລິ​ປະ, ຮັບ​ເອົາ​ຈຸດ​ທີ່​ຍອດ​ຢ້ຽມ​ຂອງ​ດົນຕີ​ພື້ນ​ເມືອງ​ໃນ​ປະຊາ​ຄົມ​ບັນດາ​ປະ​ເທດ​ອາ​ຊຽນ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້ບັນດາ​ນັກ​ສິລະ​ປິນ​ແນະນຳ, ​ເຊີດ​ຊູ​ບັນດາ​ຄຸນຄ່າ​ທີ່​ເປັນ​ເອກະລັກ​ສະ​ເພາະ​ໃນ​ດົນຕີ​ພື້ນ​ເມືອງ​ຂອງ​ແຕ່ລະ​ປະ​ເທດ; ຮັດ​ແໜ້ນ​ການ​ພົວພັນ, ຄວາມ​ສາມັກ​ຄີ​ຂອງ​ປະຊາ​ຄົມ​ບັນດາ​ປະ​ເທດ​ອາ​ຊຽນ​ໃນ​ຂົງ​ເຂດ​ວັດທະນະທຳ​ສິລະ​ປະ, ພ້ອມ​ທັງ​ສະ​ແດງ​ລັກສະນະ​ເປັນ​ເອກະ​ພາບ​ໃນ​ວັດທະນະທຳ​ທີ່​ມີ​ຫຼາຍ​ຮູບ​ຫຼາຍ​ແບບ​ຂອງ​ອາ​ຊຽນ, ​ແລະ ມຸ່ງ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ປະຊາ​ຄົມ​ວັດທະນະທຳ - ສັງຄົມ​ອາ​ຊຽນທີ່​ນັບ​ມື້​ນັບ​ໝັ້ນຄົງ​ເຂັ້ມ​ແຂງ.

ຂ່າວ/ບົດ​ອື່ນ