ດ່ານັ້ງເພີ່ມທະວີການຮ່ວມມືກັບນະຄອນBoras,ປະເທດຊູແອດ

ດ່ານັ້ງເພີ່ມທະວີການຮ່ວມມືກັບນະຄອນBoras,ປະເທດຊູແອດ - ảnh 1
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 05/11, ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ດ່າ​ນັ້ງ ​ແລະ ຜູ້ຕາງໜ້າ​ອຳນາດ​ການ​ປົກຄອງ Boras, ປະ​ເທດ​ຊູ​ແອດ ​ໄດ້​ຈັດ​ພິທີ​ສະຫຼຸບ 3 ປີ​ແຫ່ງ​ການປະຕິ​ບັດ​ໂຄງການ​ຮ່ວມ​ມື​ລະຫວ່າງ​ດ່າ​ນັ້ງ ​ແລະ ນະຄອນ Boras ​ໃນ​ຂົງ​ເຂດ​ສິ່ງ​​ແວດ​ລ້ອມ ​ໂດຍ​ສູນ​ສາກົນ​ກ່ຽວ​ກັບ​ປະຊາທິປະ​ໄຕ​ທ້ອງ​ຖິ່ນ​ຊູ​ແອດ ອຸປະ​ຖຳ​ໄລຍະ 2013 – 2015. ​ໃນ​ໄລຍະ​ 3 ປີຜ່ານມາ, ອຳ​ນາດ​ການ​ປົກຄອງ​ນະ​ຄອນ Boras ​ໄດ້​ໜູນ​ຊ່ວຍ ​ແລະ ​ໃຫ້​ຄຳ​ປຶກສາ​​ແກ່ນະຄອນ​ດ່າ​ນັ້ງ ກ່ຽວ​ກັບ​ການ​ສ້າງ​ແຜນກຳນົດ​ຄຸ້ມ​ຄອງ​ສິ່ງ​​ເສດ​​ເຫຼືອ​ແຂງ, ​ໃຫ້​ຄຳ​ປຶກສາ​ແກ່​ໂຄງການ​​ແຍກ​ປະ​ເພດສິ່ງ​​ເສດ​ເຫຼືອຢູ່​ກັບ​ທີ. ​ໃນ​ຂອບ​ເຂດ​ໂຄງການ, ມະ​ຫາ​ວິທະຍາ​ໄລ​ດ່າ​ນັ້ງ ​ແລະ ມະຫາວິທະຍາ​​ໄລ Boras ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ຮ່ວມ​ມື​ກ່ຽວ​ກັບ​ເລື່ອງ​ແລກປ່ຽນ​ນັກ​ສຶກສາ, ຄູູ​ສອນ ​ແລະ ບັນດາ​ໂຄງການ​ຄົ້ນຄວ້າ​ໃນ​ຂົງ​ເຂດ​ສິ່ງ​ແວ​ດລ້ອມ. ການ​ໜູນ​ຊ່ວຍ ​ແລະ ​ໃຫ້​ຄຳ​ປຶກສາ​ຂອງ​ອຳນາດ​ການ​ປົກຄອງ​ນະຄອນ Boras ​ໄດ້​ຊ່ວຍ​ໃຫ້​ນະຄອນ​ດ່າ​ນັ້ງ ​ແກ້​ໄຂ​ບັນຫາ​ສິ່ງ​​ເສດ​​ເຫຼືອ​ແຂງ​ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ