ຕໍ່ກຳນົດເວລາປະກາດຂໍ້ຕົກລົງອີກໜຶ່ງວັນ

ຕໍ່ກຳນົດເວລາປະກາດຂໍ້ຕົກລົງອີກໜຶ່ງວັນ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ວ່າການ​​ກະ​ຊວງຕ່າງ​ປະ​ເທດ​ຝ​ລັ່ງ Laurent Fabius
(ພາບ: AFP/TTXVN)


(vovworld) - ຕາມ​ແຫຼ່ງ​ຂ່າວ​ຈາກ​ປະ​ເທດ​ເຈົ້​າ​ພາບ​ຝ​ລັ່ງ, ກອງ​ປະ​ຊຸມ COP 21 ຈະ​ບ​ັນ​ລຸ​ຂໍ້​ຕົກ​ລົງ​ສຸດ​ທ​້າຍ​ໃນ​ວັນ​ທີ 12/12, ຊ້າ​ກ່​ວາ​ໜຶ່ງວັນ​ເມື່ອ​ທຽບ​ໃສ່​ການ​ຄາດ​ຄະ​ເນ. ແຫຼ່ງ​ຂ່າວ​ດັ່ງ​ກ່າວ​ໃຫ້​ຮູ້​ວ່າ, ຂໍ້​ຕົກ​ລົງ​ສຸດ​ທ້າຍ​ອາດ​ຈະ​ປະ​ກາດ​ໃນ​ຕອນ​ເຊົ້າ​ວັນ​ທີ  12/12, ກ່ອນ​ທີ່​ໄ​ດ້​ຮັບ​ຮອງ​ເອົາ​ໃນ​ຕອນ​ສວາຍ​ວັນ​ດຽວ​ກັນ. ຜູ້​ຕາງ​ໜ້າ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມກອງ​ປະ​ຊຸມ ໄດ້​ ປຶກ​ສາ​ຫາ​ລືຕະ​ຫຼອດ​ຄ່ຳ​ຄືນ​ວັນ​ທີ 10/12. ເມື່ອ​ປະ​ກາດ​ເ​ອ​ກະ​ສານ​ຮ່າງ​ຂໍ້​ຕົກ​ລົງ​ໃໝ່ ຊີ້​​ໃຫ້ເຫັນ​​ບັນ​ລຸ​ໄດ້ຄວາມ​​ຄືບ​ໜ້າ​ໃນ​ບາງ​ບັນ​ຫາ, ທ່ານ Laurent Fabius, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຝ​ລັ່ງ, ປະ​ທານ COP 21, ສະ​ແດງ​ຄວ​າມ​ປະ​ເ​ອີບ​ໃຈ​​ກ່ຽວ​ກັບ​ຄວາມ​ສາ​ມາດ​ບັນ​ລຸ​ໄ​ດ້​ຂໍ້​ຕົກ​ລົງ​ທົ່ວ​ໂລກ ແລະ ຢືນ​ຢັນ​ວ່າ, ທຸກວຽກ​ງານ​ພວມ​ໄປ​ຖືກ​ທິດ.

ຂ່າວ/ບົດ​ອື່ນ