ຕັ້ງໜ້າແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸນ້ຳຖ້ວມຢູ່ບັນດາແຂວງພາກກາງ


ຕັ້ງໜ້າແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸນ້ຳຖ້ວມຢູ່ບັນດາແຂວງພາກກາງ - ảnh 1
​ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ
ຊີ້ນຳແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸນ້ຳຖ້ວມຢູ່ບັນດາແຂວງພາກກາງ


​(vovworld) – ຕາມສູນ​ປ້ອງ​ກັນ, ຕ້ານ​ພາຍຸ​ນຳ້​ຖ້ວມ​ພາກ​ກາງ ​ແລະ ​ເຂດ ​ໄຕ​ງວຽນ ​ແລ້ວ, ​ໄລ່​ຮອດ​ຕອນ​ເຊົ້າ​ວັນ​ທີ 19/11, ຝົນຕົກ​ນ້ຳ​ຖ້ວມ ​ໄດ້​ເຮັດ​ໃຫ້ 41 ຄົນ​ເສຍ​ຊີວິດ, 5 ຄົນ​ຫາຍ​ສາບ​ສູນ, 74 ຄົນ​ຖືກ​ບາດ​ເຈ​ບ, ​ເຮືອນ​ຊານ 1.650 ຫຼັງ​ຖືກ​ເປ່​ເພ, ​ເຂົ້າ ​ແລະ ພືດ​ນັບ​ພັນ​ເຮັກຕາ​ຖືກ​ນຳ້​ຖ້ວມ. ທາງ​ຄົມມະນາຄົມ​ຢູ່​ບາງ​ຕາ​ແສງ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ປະຈຸ​ບັນ, ບັນດາ​ທ້ອງ​ຖີ່​ນຢູ່​ພາກ​ກາງ​ພວມ​ສຸມ​ໃສ່​ກູ້​ຊ່ວຍ​ປະຊາຊົນ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ພາຍຸ​ນຳ້​ຖ້ວມ, ດ້ວຍ​ການ​ຊ່ວຍ​ເຫຼືອ​ມີ່​ສຳ​ເລັດ​ຮູບ, ນຳ້​ດື່ມ, ​ເຄື່ອງ​ໃຊ້​ສອຍ​ທີ່​ຈຳ​ເປັນ.

ຕອນ​ເຊົ້າ​ວັນ​ທີ 19/11, ຄະນະ​ປະຕິບັດ​ງານ​ຂອງ​ລັດຖະບານ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ນຳ​ໜ້າ ​ໄດ້​ລົງ​ຢ້ຽມຢາມ​ເຂດ​ຖືກ​ນຳ້​ຖ້ວມໜັກ​ຢູ່​ເທດສະບານ ອານ​ເຍີນ, ​ແຂວງ​ບິ່ນ​ດິ້ນ. ຕອນ​ບ່າຍ​ວັນ​ດຽວ​ກັນ, ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ລົງ​ກວດກາ​ສະພາບ​ຕົວ​ຈິງ​ຢູ່​ຄັນ​ຄູ ທັ໋ງກົງ, ບ່ອນ​ທີ່​ຖືກ​ດິນ​ເຊາະ​ເຈື່ອນຢ່າງ​ໜັກໜ່ວງ ​ແລະ ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ບິ່ນ​ດິ້ນ ກ່ຽວ​ກັບ​ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ພາຍຸ​ນຳ້​ຖ້ວມ.

ທ່ານ ​ເລ​ຫວຽດຈື, ປະທານ​ຄະນະ​ກຳມະການ​​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ແຂວງ ກວາງ​ຫງາຍ, ​ໃຫ້​ຮູ້​ວ່າ: ​ແນວ​ໂຮມ​ແຂວງ​ພວມ​ພ້ອມ​ກັບ​ທ້ອງ​ຖີ່​ນຮີບ​ເຮັ່ງ​ກວດກາ​ສະພາບ​ຄວາມ​ເສຍ​ຫາຍ ​ເພື່ອ​ໜູນ​ຊ່ວຍ​ປະຊາຊົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຢ່າງ​ທັນ​ການ.

“​ແຂວງ, ​ເມືອງ, ຕາ​ແສງ ​ໄດ້​ຫັກ​ເງິນ​ຈາກ​ກອງ​ທຶນ​ສຳຮອງ ​ແລະ ອຸປະກະລະ ​ເພື່ອ​ກູ້​ຊ່ວຍ​ປະຊາຊົນ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ ບັນດາ​ວິ​ສາ​ຫະກິດ, ​ທ້ອງ​ຖີ່​ນຕ່າງໆ ຈະ​ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ແບ່ງປັນ, ຊ່ວຍ​ເຫຼືອ​ປະຊາຊົນ. ຢ່າງ​ໜ້ອຍ​ສຸດ​ແມ່ນ​ຕ້ອງ​ຮັບປະກັນ​ໃຫ້​ເຂົາ​ເຈົ້າ​ມີ​ອາຫານ​ພໍດີ​ໃນ 3 ​ເດືອນ, ​ຫຼັງ​ຈາກ​ນັ້ນ​ເຂົາ​ເຈົ້າຈະ​ສືບ​ຕໍ່​ຜະລິດ ​ແລະ ​ຜະລິດສິນຄ້າ​ກຸ້ມ​ຕົນ​ເອງ“

ວັນ​ທີ 19/11, ສະພາກາ​ແດງ​ຫວຽດນາມ, ສະພາກາ​ແດງ - ກາ​ຊິກ​ວົງ​ເດືອນ​ແດງ​ສາກົນ ​ໄດ້​ມອບ​ຂອງຂວັນ 400 ພູດ ​ໃຫ້​ປະຊາຊົນ​ໃນ​ເຂດ​ປະສົບ​ນຳ້​ຖ້ວມ​ໜັກ​ກວ່າ​ໝູ່​ຢູ່​ແຂວງ​ກວາງ​ນາມ, ​ແຕ່​ລະ​ພູດ​ມີ​ມູນ​ຄ່າ 2 ລ້ານ​ດົ່ງ.

 

 

 

ຂ່າວ/ບົດ​ອື່ນ