(vovworld) – ວັນທີ 27/06, ທ່ານນາຍົກລັດຖະມົນຕີ ຕູຍນີຊີ Habib al Essid ໃຫ້ຮູ້ວ່າ, ອຳນາດການປົກຄອງປະເທດນີ້ໄດ້ອັດປະຕູໂບດອິດສະລາມ 80 ແຫ່ງທີ່ເຄື່ອນໄຫວນອກການຄວບຄຸມຂອງລັດຖະບານ, ພາຍຫຼັງເກີດເຫດບຸກໂຈມຕີ ເຊິ່ງເຮັດໃຫ້ນັບສີບໆຄົນເສຍຊີວິດ ກ່ອນນັ້ນ 1 ວັນ. ທ່ານ Habib ກໍຮຽກຮ້ອງໃຫ້ປະຊາຊົນ ຕູຍນີຊີ ພ້ອມກັນຮ່ວມແຮງຮ່ວມໃຈ ພ້ອມກັບອຳນາດການປົກຄອງໃນການຕໍ່ສູ້ຕ້ານລັດທິກໍ່ການຮ້າຍຢູ່ປະເທດນີ້ ແລະ ຖືວ່າ ນັ້ນແມ່ນພັນທະສຳລັບປະເທດຊາດ. ທ່ານນາຍົກລັດຖະມົນຕີ Habib ກໍອອກລາງວັນໃຫ້ຜູ້ໃດສະໜອງຂໍ້ມູນຂ່າວກ່ຽວຂ້ອງເຖິງຜູ້ຖືກສົງໄສແມ່ນກໍ່ການຮ້ານບພວມລີ້ຕົວ.