ພາບປະກອບ
|
(vovworld) – ວັນທີ 7/4, ສານແຫ່ງໜຶ່ງຂອງຕວກກີ ໄດ້ປະກາດປ່ອຍຕົວເປັນອິດສະຫຼະໃຫ້ທະຫານ 62 ຄົນສຸດທ້າຍທີ່ພວມຖືກຈຳຄຸກຍ້ອນກ່ຽວຂ້ອງເຖິງກົນອຸບາຍລັດຖະປະຫານເມື່ອປີ 2003 ເພື່ອແນໃສ່ໂຄ່ນລົ້ມນາຍົກລັດຖະມົນຕີ, ຄາວນັ້ນແມ່ນທ່ານ Tayyip Erdogan. ທະນາຍຄວາມແກ້ຄວາມໃຫ້ຮູ້ວ່າ: ສານໄດ້ປະກາດເລີກຄະດີສຳລັບບັນດາຈຳເລີຍພາຍຫຼັງນັກໄອຍະການປະກາດວ່າບັນດາພະຍານຫຼັກຖານກ່ອນນີ້ເພື່ອຜູກໂທດບັນດານາຍທະຫານແມ່ນບໍ່ຮັບຮູ້ໄດ້.
ປີ 2012, ສານແຫ່ງໜຶ່ງຂອງ ຕວກກີ ໄດ້ຕັດສິນລົງໂທດຈຳຄຸກບັນດານາຍທະຫານນີ້ກ່ຽວກັບກົນອຸບາຍລັດຖະປະຫານ ທີ່ເກີດຂຶ້ນເມື່ອປີ 2003, ພາຍຫຼັງພັກຍຸຕິທຳ ແລະ ພັດທະນາຂອງທ່ານ Erdogan ຂຶ້ນກຳອຳນາດ 1 ປີ. ປະຈຸບັນ, ທ່ານ Erdogan ແມ່ນປະທານາທິບໍດີ ຕວກກີ.