ຕ​ຳຫຼວດ ຮົ່ງ​ກົງ (ຈີນ) ໄດ້​ທຳ​ລາຍ​ຮາກ​ຖານ​ຜະ​ລິດ​ລູກລະ​ເບີດ

(VOVWORLD) -ວັນທີ 8 ມີນາ, ຕຳຫຼວດເຂດປົກຄອງພິເສດ ຮົ່ງກົງ (ປະເທດຈີນ) ໄດ້ກວດພົບຮາກຖານຜະລິດລູກລະເບີດທີ່ບັນຈຸທາດເຄມີ 2,6ໂຕນ ແລະ ຈັບຕົວ 17 ຄົນທີ່ມີກົນອຸບາຍບັງຄັບອຳນາດການປົກຄອງ ຮົ່ງກົງຕ້ອງປິດປະຕູດ່ານຊາຍແດນກັບຈີນ.
ຕ​ຳຫຼວດ ຮົ່ງ​ກົງ (ຈີນ) ໄດ້​ທຳ​ລາຍ​ຮາກ​ຖານ​ຜະ​ລິດ​ລູກລະ​ເບີດ - ảnh 1ຕຳຫຼວດຮົ່ງກົງລົງລາດຕະເວັນກວດກາຢູ່ຖະໜົນຫົນທາງ (ພາບ: AFP/TTXVN)

ຕຳຫຼວດໄດ້ຄົ້ນພົບຮາກຖານຜະລິດລູກລະເບີດທີ່ສຳນັກງານສູນການຄ້າແຫ່ງໜຶ່ງຢູ່ເຂດ Kowloon. ມີລູກລະເບີດ 3 ລູກທີ່ພວມໄດ້ຮັບການຜະລິດໃຫ້ສຳເລັດ, ແຕ່ລະລູກບັນຈຸດິນລະເບີດ 1,5 kg.

        ເຫດຈັບຕົວໄດ້ປະຕິບັດໃນບັ້ນກວດຄົ້ນ ສະຖານທີ່ຢູ່ ຮົ່ງກົງ 22 ແຫ່ງທີ່ໄດ້ຮັບຖືວ່າ ກ່ຽວຂ້ອງເຖິງບັນດາເຫດວາງລະເບີດໃນເດືອນມັງກອນທີ່ຜ່ານມາ. ວັນທີ 27 ມັງກອນ, ມີລະເບີດລູກໜຶ່ງໄດ້ລະເບີດຂຶ້ນທີ່ໂຮງໝໍຢູ່ເມືອງ Sham Shui Po. ຫຼັງຈາກນັ້ນອາທິດໜຶ່ງ, ມີ ວັດຖຸລະເບີດ 2 ຢ່າງອື່ນໆຖືກລະເບີດຂຶ້ນຢູ່ດ່ານຊາຍແດນຢູ່ພາກເໜືອຂອງນະຄອນ. 2 ກຸ່ມຊາວຮົ່ງກົງໄດ້ຍອມຮັບວ່າ ບັນດາເຫດວາງລະເບີດດັ່ງກ່າວດ້ວຍເປົ້າໝາຍຢາກ ໃຫ້ອຳນາດການປົກຄອງ ຮົ່ງກົງປິດດ່ານຊາຍແດນກັບຈີນ ເພື່ອຈຳກັດການແຜ່ລະບາດຂອງໂລກລະບາດ Covid – 19.

ຕອບກັບ

ຂ່າວ/ບົດ​ອື່ນ