ຖະແຫຼງການຮ່ວມກ່ຽວກັບການເຈລະຈາ ອາຊຽນ + 6 ຄັ້ງທຳອິດ

ຖະແຫຼງການຮ່ວມກ່ຽວກັບການເຈລະຈາ ອາຊຽນ + 6 ຄັ້ງທຳອິດ - ảnh 1
ພາບປະກອບ

(vovworld) – ​ແຈ້ງຂ່າວ​ຂອງ​ຄະນະ​ເລຂາ ອາ​ຊຽນ ​ໃຫ້​ຮູ້​ວ່າ: ຄະນະ​ກຳມະການ​ເຈລະຈາ​ການ​ຄ້າ​ສັນຍາ​ກາ​ນພົວພັນ​ຄູ່​ຮ່ວມ​ມື​ເສດຖະກິດ​ພາກ​ພື້ນ​ຮອບດ້ານ (RCEP) ຫາ​ກໍ່​ອອກ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ເຈລະຈາ​ຄັ້ງ​ທຳ​ອິດ​ລະຫວ່າງ ອາ​ຊຽນ ​ແລະ 6 ຄູ່​ຮ່ວມ​ມື (ອາ​ຊຽນ + 6). ຕາມ​ແຈ້ງຂ່າວ​ແລ້ວ, ບັນດາ​ເຈົ້າ​ໜ້າ​ທີ່​ຂອງ 10 ປະ​ເທດ​ສະມາຊິກ ອາ​ຊຽນ ​ແລະ 6 ຄູ່​ຮ່ວມ​ມື​ສັນຍາ​ການ​ຄ້າ​ເສລີ (FTA) ຂອງ ອາ​ຊຽນ ​ເຊິ່ງລວມມີ: ອົດ​ສະ​ຕາ​ລີ, ຈີນ, ອິນ​ເດ​ຍ, ຍີ່ປຸ່ນ, ສ ​ເກົາຫຼີ ​ແລະ ນິວ ຢີ​ແລນ, ​ເຈລະຈາ​ຢ່າງ​ລະອຽດ ກ່ຽວ​ກັບ RCEP ຢູ່ ບຣູ​ໄນ ​ແຕ່​ວັນ​ທີ 9 – 13/5, ​ເພື່ອ​ສ້າງ​ສຳ​ເລັດ RCEP ​ໃນ​ທ້າຍ​ປີ 2015. ຖະ​ແຫຼ​ງການ​ຮ່ວມ​ຊີ້​ແຈ້ງວ່າ ບັນດາ​ການ​ເຈລະຈາ RCEP ຮັບ​ຮູ້​ບົດບາດ​ໃຈ​ກາງຂອງ ອາ​ຊຽນ ​ໃນ​ໂຄງ​ປະກອບ​ເສດຖະກິດ​ພາກ​ພື້ນ ​ແລະ ຜົນ​ປະ​ໂຫຍ​ດຂອງ​ບັນດາ​ຄູ່​ຮ່ວມ​ມື FTA ຂອງ ອາ​ຊຽນ ​ໃນ​ການ​ໜູນ​ຊ່ວຍ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ການ​ເຊື່ອມ​ໂຍງ​​ເສດຖະກິດ, ພັດທະນາ​ເສດຖະກິດ​ແບບ​ຍຸຕິ​ທຳ ​ແລະ ​ເພີ່​ມທະວີ​ການ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ​ບັນດາ​ປະ​ເທດ​​ເຂົ້າ​ຮ່ວມ.

 

ຂ່າວ/ບົດ​ອື່ນ