ຖະແຫຼງການຮ່ວມຫວຽດນາມ-ອິນເດຍ

ຖະແຫຼງການຮ່ວມຫວຽດນາມ-ອິນເດຍ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ແລະ ທ່າ​ນ
​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ Narendra Modi ດຳ​ເນີນ​ການ​ເຈ​ລະ​ຈາ


(vovworld)- ຕອນ​ບ່າຍ​ວັນ​ທີ 3/9, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ Narendra Modi ໄດ້ເດີນ​ທາງ​ອອກ​ຈາກ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ. ເນື່ອງ​ໃນ​ໂອ​ກາດນີ້, 2 ຝ່າຍ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ຫວຽດ​ນາມ-ອິນ​ເດຍ.

      ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ Narendra Modi ໄດ້​ມາ​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 2-3/9/2016 ​ຕາມ​ຄຳ​ເຊີນ​ຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ. ໃນ​ການ​ຢ້ຽມ​ຢາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ Narendra Modi ໄດ້​ເຈ​ລະ​ຈາກັບທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ແລະ ໄດ້ເປັນ​ສັກ​ຂີ​ພິ​ຍານພິ​ທີ​ລົງ​ນາມ​ໃນ​ເອ​ກະ​ສານ​ຮ່ວມ​ມື 12 ​ສະ​ບັບໃນຫຼາຍ​ຂົງ​ເຂດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ Narendra Modi ໄດ້​ເຂົ້າ​ຢ້ຽມ​ຄຳ​ນັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ, ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິ​ນ. ຫວຽດ​ນາມ-ອິນ​ເດຍເຫັນ​ດີຍົກ​ລະ​ດັບການ​ພົວ​ພັນ “ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ” ຂຶ້ນ​ເປັນ “​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ”. 2 ຝ່າຍ​ເນັ້ນ​ໜັກ​ເຖິງ​ການ​ສະ​ໜັບ​ສະ​ໜູນ​ສຳ​ລັບ​ສັນ​ຕີ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ​ປອດ​ໄພ ແລະ ເສ​ລີ​ພາບ​ໃນ​ການ​ເດີນ​ເຮືອ, ການ​ບິນ​ ແລະ ການ​ຄ້າບໍ່​ຖືກ​ຂັດ​ຂວາງ, ບົນ​ພື້ນ​ຖານ​ເຄົາ​ລົບບັນ​ດາຫຼັກ​ການ​ຂອງ​ກົດ​ໝາຍ​ສາ​ກົນ.

ຕອບກັບ

ຂ່າວ/ບົດ​ອື່ນ