ທູດ​ພິ​ເສດ​ຈີນ ໄປ ສ.ເກົາຫຼີ ເພື່ອ​ປຶກ​ສາ​ຫາ​ລື​ບັນ​ຫາ ສ​ປ​ປ.ເກົາຫຼີ

(VOVWORLD) - ທ່ານທູດພິເສດຂອງຈີນ ໃຫ້ຮູ້ວ່າ, ທ່ານຈະພົບປະກັບບັນດາເຈົ້າໜ້າທີ່ໃນອຳນາດການປົກຄອງປະຈຸບັນ ແລະ ຕໍ່ໄປຂອງ ສ ເກົາຫຼີ.
ທູດ​ພິ​ເສດ​ຈີນ ໄປ ສ.ເກົາຫຼີ ເພື່ອ​ປຶກ​ສາ​ຫາ​ລື​ບັນ​ຫາ ສ​ປ​ປ.ເກົາຫຼີ - ảnh 1

 ທ່ານຫຼີວສຽວມິງ (ພາບ: Reuters/TTXVN )

   ວັນທີ 1 ພຶດສະພາ, ທ່ານຫຼີວສຽວມິງ ທູດພິເສດຈີນ ກ່ຽວກັບບັນຫາແຫຼມເກົາຫຼີ ໄດ້ເດີນທາງໄປເຊີນອູນ ປະເທດ ສ.ເກົາຫຼີ ເພື່ອປຶກສາຫາລືກັບຄູ່ຕຳແໜ່ງ ສ.ເກົາຫຼີ  ທ່ານ Noh Kyu-duk ສະພາບໄດ້ເກີດຄວາມເຄັ່ງຕຶງທີ່ແກ່ຍາວ ຍ້ອນບັນດາເຫດຍິງທົດລອງລູກສອນໄຟຂອງ ພຽງຢ່າງ.

   ກ່າວຄຳເຫັນກັບວົງການນັກຂ່າວ, ທ່ານທູດພິເສດຂອງຈີນ ໃຫ້ຮູ້ວ່າ, ທ່ານຈະພົບປະກັບບັນດາເຈົ້າໜ້າທີ່ໃນອຳນາດການປົກຄອງປະຈຸບັນ ແລະ ຕໍ່ໄປຂອງ ສ ເກົາຫຼີ ເພື່ອປຶກສາຫາລືກ່ຽວກັບ “ບັນດາມາດຕະການດ້ານການເມືອງ” ໃຫ້ແກ່ບັນດາບັນຫາໃນແຫຼມເກົາຫຼີ. ເມື່ອເຕື້ອງເຖິງບັນດາບັນຫາຍັງຄົງຂ້າງກ່ຽວຂ້ອງເຖິງ ສປປ.ເກົາຫຼີ, ທ່ານຫຼີວສຽວມິງ ເນັ້ນໜັກວ່າ, ໝາກຜົນການແກ້ໄຂບັນດາບັນຫາໃນແຫຼມເກົາຫຼີ ແມ່ນຂຶ້ນກັບ ວໍຊິງຕັນ ແລະ ພຽງຢ່າງ, ຫາກບໍ່ແມ່ນ ປັກກິງ.

ຕອບກັບ

ຂ່າວ/ບົດ​ອື່ນ