ທິມ​ຊາດ​ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ເພື່ອ​ກະ​ກຽມ​ໃຫ້​ແກ່​ນັດ ແຂ່ງ​ຂັນ​ບ້ານ​​ເຕະກັບ​ທິມ​ຊາດ ລັດ​ເຊຍ

(VOVWORLD) - ທິມຊາດ ຫວຽດນາມ ຈະມີການແຂ່ງຂັນກັບທິມຊາດ ລັດເຊຍ ໃນເວລາ 20ໂມງ ຂອງວັນທີ 5 ກັນຍາ ຢູ່ສະໜາມກິລາແຫ່ງຊາດ ມີດິ່ງ (ຮ່າໂນ້ຍ). 
ທິມ​ຊາດ​ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ເພື່ອ​ກະ​ກຽມ​ໃຫ້​ແກ່​ນັດ ແຂ່ງ​ຂັນ​ບ້ານ​​ເຕະກັບ​ທິມ​ຊາດ ລັດ​ເຊຍ - ảnh 1ພາບປະກອບ: VFF

ຕອນບ່າຍວັນທີ 2 ກັນຍາ, ທິມຊາດບານເຕະ ຫວຽດນາມ ສືບຕໍ່ການຝືກແອບຢູ່ສູນບຳລຸງສ້າງບານເຕະໜຸ່ມ ຫວຽດນາມ, ເພື່ອແນໃສ່ກະກຽມໃຫ້ແກ່ການແຂ່ງຂັນມິດຕະພາບສາກົນ LPBank Cup 2024 ໂດຍສະຫະພັນບານເຕະ ຫວຽດນາມ (VFF) ຈັດຂຶ້ນ.

ຕາມແຜນການແລ້ວ, ທິມຊາດ ຫວຽດນາມ ຈະມີການແຂ່ງຂັນກັບທິມຊາດ ລັດເຊຍ ໃນເວລາ 20ໂມງ ຂອງວັນທີ 5 ກັນຍາ ຢູ່ສະໜາມກິລາແຫ່ງຊາດ ມີດິ່ງ (ຮ່າໂນ້ຍ). ນັກເຕະ ໂດຮຸ່ງຢຸງ ໃຫ້ຮູ້ວ່າ ບັນດານັກເຕະໄດ້ມີການຝືກແອບຢ່າງດຸໝັ່ນ ແລະ ພ້ອມແລ້ວທີ່ຈະເຂົ້າຮ່ວມນັດແຂ່ງຂັນບານເຕະຈະມາເຖິງ. ນັກເຕະ ໂດຮຸ່ງຢຸງ ໃຫ້ຮູ້ວ່າ

ທິມຊາດ ລັດເຊຍ ເຕະເກັ່ງຫຼາຍ. ປັດຈຸບັນ, ຄະນະຝືກແອບ ຍັງບໍ່ທັນຍົກອອກຍຸດທະວິທີເທື່ອ. ຕ້ອງໃກ້ຈະຮອດວັນແຂ່ງຂັນ, ເມື່ອມີຄຼິບວີດີໂອ ຫຼື ເອກະສານທີ່ກ່ຽວຂ້ອງ ຈຶ່ງມີແຜນການລະອຽດ. ປັດຈຸບັນ, ນັກເຕະໝົດທຸກຄົນໃນທິມລ້ວນແຕ່ຝືກແອບການປະສົມປະສານໃຫ້ຄ່ອງແຄ້ວກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ