ທີສະເຫຼີມສະຫຼອງ 50 ປີແຫ່ງວັນເປີດສຳນັກງານລັດຖະບານປະຕິວັດຊົ່ວຄາວ ປະເທດສາທາລະນະລັດທາງພາກໃຕ້ ຫວຽດນາມ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິນຄາຍ ໄດ້ຫວນຄືນໄລຍະປະຫວັດສາດ ກ່ອນນີ້50 ປີເຕັມ, ກວາງຈີ້ ແມ່ນແຂວງທຳອິດຂອງພາກໃຕ້ໄດ້ຮັບການປົດປ່ອຍ.
ທີສະເຫຼີມສະຫຼອງ 50 ປີແຫ່ງວັນເປີດສຳນັກງານລັດຖະບານປະຕິວັດຊົ່ວຄາວ ປະເທດສາທາລະນະລັດທາງພາກໃຕ້ ຫວຽດນາມ - ảnh 1ທີ່ພິທີສະເຫຼີມສະຫຼອງ
(ພາບ: baoquangtri.vn)

ຕອນຄ່ຳວັນທີ 10 ມິຖຸນາ, ຢູ່ແຂວງ ກວາງຈີ້ ໄດ້ຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນເປີດສຳນັັບກງານລັດຖະບານປະຕິວັດຊົ່ວຄາວ ປະເທດສາທາລະນະລັດທາງພາກໃຕ້ ຫວຽດນາມ (06 ມິຖຸນາ 1973 – 06 ມິຖຸນາ 2023).

ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິນຄາຍ ໄດ້ຫວນຄືນໄລຍະປະຫວັດສາດ ກ່ອນນີ້50 ປີເຕັມ, ກວາງຈີ້ ແມ່ນແຂວງທຳອິດຂອງພາກໃຕ້ໄດ້ຮັບການປົດປ່ອຍ. ພາຍຫຼັງສັນຍາ ປາຣີ ກ່ຽວກັບການສິ້ນສຸດສົງຄາມ, ສ້າງສັນຕິພາບຢູ່ ຫວຽດນາມ ຄືນໃໝ່ ໄດ້ຮັບການລົງນາມ, ເພື່ອຕອບສະໜອງຄວາມຮຽກຮ້ອງໃໝ່ຂອງພາລະກິດແຫ່ງການຕໍ່ສູ້ຕ້ານ ອາເມລິກາ ກູ້ຊາດ, ສູນກາງພັກ, ກົມການເມືອງ ໄດ້ຕົກລົງຍ້າຍບ່ອນເຮັດວຽກຂອງລັດຖະບານປະຕິວັດຊົ່ວຄາວ ປະເທດສາທາລະນະລັດທາງພາກໃຕ້ ຫວຽດນາມ ຈາກ ໄຕນິງ ມາ ກວາງຈີ້. ແຕ່ປີ 1973 ຮອດປີ 1975, ແຫ່ງນີ້ໄດ້ຕ້ອນຮັບຄະນະແຂກສາກົນມາຢ້ຽມຢາມ ແລະ ເຮັດວຽກ, ສ້າງຕັ້ງການພົວພັນທາງການທູດກວ່າ 49 ຄະນະ. ເລື່ອງຍົກຍ້າຍສຳນັັບກງານລັດຖະບານປະຕິວັດຊົ່ວຄາວ ປະເທດສາທາລະນະລັດທາງພາກໃຕ້ ຫວຽດນາມ ໄປແຂວງ ກວາງຈີ້ ສະແດງໃຫ້ເຫັນວິໄສທັດຍຸດທະສາດຂອງພັກ, ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາສັນຕິພາບ, ໂຮມປະເທດຊາດເປັນເອກະພາບ, ພ້ອມທັງເສີມຂະຫຍາຍບົດບາດຂອງລັດຖະບານປະຕິວັດຊົ່ວຄາວປະເທດສາທາລະນະລັດທາງພາກໃຕ້ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ