ທະນາຄານໂລກຄາດຄະເນຫລຸດລາຄານ້ຳມັນປີ2015ລົງ

ທະນາຄານໂລກຄາດຄະເນຫລຸດລາຄານ້ຳມັນປີ2015ລົງ - ảnh 1
(ພາບປະກອບ)

(vovworld) – ​ໃນ​ບົດ​ລາຍ​ງານທີ່​​ຫຼ້າສຸດ, ທະນາຄານ​ໂລກ (WB) ​ໃຫ້​ຂໍ້​ສັງ​ເກດ​ແຫຼ່ງສະໜອງທີ່​ອຸດົມ ​ແລະ ຄວາມ​ຕ້ອງການໜ້ອຍ, ພິ​ເສດ​​ແມ່ນສຳລັບ​ບັນດາ​ປະ​ເພດ​ສິນຄ້າ​ຮັບໃຊ້​ຂົງ​ເຂດ​ອຸດສາຫະກຳ, ​ໄດ້​ປະກອບສ່ວນ​​ເຮັດ​ໃຫ້​ລາຄາປະ​ເພດ​ສິນຄ້າ ​ເກືອບ​ທັງ​ໝົດຫລຸດ​ລົງ​, ພິ​ເສດ​ແມ່ນ​ລາຄາ​ນ້ຳມັນ​. ​ໂດ​ຍລະອຽດ, ​ແມ່ນທະນາຄານ​ໂລກ ​ໄດ້​​ຄາດ​ຄະ​ເນ ຫລຸດ​ລາຄາ​ນ້ຳ​ມັນ​ດິບ ລົງ​ເຫຼືອ​ພຽງ 52 USD/​ຖັງ ​ ​ເຮັດ​ໃຫ້​ລາຄາ​ພະລັງງານ​ໃນ​ປີ 2015 ຄາດ​ວ່າ​ຈະ​ຢູ່​ໃນ​ລະດັບ​ປານ​ກາງ. WB ຍັງ​ ຄາດ​ຄະ​ເນ​​ລາຄາ​ນ້ຳມັນ​ໃນ​ປີ 2016 ຈະ​ຫລຸດລົງ​ເຫຼືອ​ພຽງ 51 USD/​ຖັງ. ບັນດາ​ນັກ​ຊ່ຽວຊານ WB ຖື​ວ່າ: ລາຄາ​ພະລັງງານ​ຫລຸດລົງ ​ແມ່ນຍ້ອນ​ບັນດາ​ການ​ເຄື່ອນ​ໄຫວ​ເສດຖະກິດ​ທົ່ວ​ໂລກ​ຊັກ​ຊ້າ​ໄວ້ ​ແລະ ການສະ​ສົມນ້ຳ​ມັນ​ໃນ​ປະຈຸ​ບັນ​ຢູ່​ໃນລະດັບ​ສູງ​ພໍ​ສົມຄວນ. ​ໃນຮອບ 2, 3 ​ເດືອ​ນຈະ​ມາ​ເຖິງ, ອີຣານ ສາມາດ​ກັບ​ຄືນ​ສູ່ລະດັບ​ສົ່ງ​ອອກ​ນ້ຳມັນ​ ຄື​ໄລຍະກ່ອນ​ທີ່​ຈະຖືກ​ຈັດ​ວາງ​ຄຳ​ສັ່ງປັບ​ໄໝ​ລົງ​ໂທດ ແມ່ນ 3,6 ລ້ານ​ຖັງ​/ວັນ.

 

ຂ່າວ/ບົດ​ອື່ນ