ທ່ານ Josep Borrell ​ຮອງ​ປະ​ທານ EC: EU ປາດ​ຖະ​ໜາ​ຢາກ​ຍົກ​ລະ​ດັບ​ການ​ພົວ​ພັນ​ກັບ ຫວຽດ​ນາມ

(VOVWORLD) - ຕາມທ່ານ Josep Borrell ຮອງປະທານຄະນະກຳມະການເອີລົບ (EC) ແລ້ວ, ການພົວພັນຮ່ວມມືສອງຝ່າຍໃນປັດຈຸບັນຍັງບໍ່ທັນສົມຄວນກັບລະດັບການພົວພັນຢ່າງເລິກເຊິ່ງໃນຕົວຈິງ, ດັ່ງນັ້ນ EU ປາດຖະໜາຢາກຍົກລະດັບການພົວພັນກັບ ຫວຽດນາມ.
ທ່ານ Josep Borrell ​ຮອງ​ປະ​ທານ EC: EU ປາດ​ຖະ​ໜາ​ຢາກ​ຍົກ​ລະ​ດັບ​ການ​ພົວ​ພັນ​ກັບ ຫວຽດ​ນາມ - ảnh 1ທ່ານ Josep Borrell ຮອງປະທານຄະນະກຳມະການເອີລົບ (EC) ຜູ້ຕາງໜ້າຂັ້ນສູງ ຂອງສະຫະພາບເອີລົບ (EU) ກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງ (ພາບ: TTXVN)

ຕອນເຊົ້າວັນທີ 31 ກໍລະກົດ, ຢູ່ຮ່າໂນ້ຍ, ໃນຂອບເຂດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ທ່ານ Josep Borrell ຮອງປະທານຄະນະກຳມະການເອີລົບ (EC) ຜູ້ຕາງໜ້າຂັ້ນສູງ ຂອງສະຫະພາບເອີລົບ (EU) ກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງ ໄດ້ພົບປະກັບສື່ມວນຊົນ, ແບ່ງປັນຂໍ້ມູນກ່ຽວກັບໝາກຜົນຂອງການຢ້ຽມຢາມ ແລະ ການພົວພັນ ຫວຽດນາມ EU ໃນໄລຍະຈະມາເຖິງ.

ຢູ່ການປະຊຸມຖະແຫຼງຂ່າວ, ທ່ານ Josep Borrell ໄດ້ເນັ້ນໜັກວ່າ ໃນອາຊຽນ, ຫວຽດນາມ ແມ່ນປະເທດມີຈຳນວນຂໍ້ຕົກລົງ ຫຼາຍສະບັບທີ່ສຸດກັບ EU, ລວມມີ: ສັນຍາແມ່ກ່ຽວກັບຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ EU (PCA), ສັນຍາການຄ້າເສລີ ຫວຽດນາມ - EU (EVFTA), ຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງມີຄວາມຍຸຕິທຳ (JETP). ປັດຈຸບັນຫວຽດນາມ ແລະ EU ມີຫຼາຍລະດັບການຮ່ວມມື, ການພົວພັນທີ່ແຕກຕ່າງກັນ. ຕາມທ່ານ Borrell ແລ້ວ, ການພົວພັນຮ່ວມມືສອງຝ່າຍໃນປັດຈຸບັນຍັງບໍ່ທັນສົມຄວນກັບລະດັບການພົວພັນຢ່າງເລິກເຊິ່ງໃນຕົວຈິງ, ດັ່ງນັ້ນ EU ປາດຖະໜາຢາກຍົກລະດັບການພົວພັນກັບ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ