ທ່ານ Keita ຮັບດຳລົງ ຕຳແໜ່ງເປັນປະທານາທິບໍດີ ມາລີ

ທ່ານ Keita ຮັບດຳລົງ ຕຳແໜ່ງເປັນປະທານາທິບໍດີ ມາລີ - ảnh 1
ທ່ານ Ibrahim Bouvacar Keita ​ໄດ້​ກາຍ​ເປັນ​ການ​ນ​ຳຄົນ​ໃໝ່ຂອງມາລີ
(ພາບ: RPM)


(vovworld) - ວັນ​ທີ 15 ສິງຫາ, ລັດຖະບານ​ມາລີ ​ໄດ້​ປະກາດ​ທ່ານ Ibrahim Bouvacar Keita ​ໄດ້​ກາຍ​ເປັນ​ການ​ນ​ຳຄົນ​ໃໝ່​ຂອງ​ປະ​ເທດ​ນີ້ ພາຍຫຼັງ​ຍາດ​ໄດ​້​ໄຊຊະນະຢ່າງ​ຂາດ​ຂັ້ນ​ໃນ​ການ​ເລື້ອກ​ຕັ້ງ​ປະທານ​ນາ​ທິບໍດີ 2 ຄັ້ງ. ຕາມ​ໝາກຜົນ​ເປັນ​ທາງ​ການ, ທ່ານ Keita ຍາດ​ໄດ້ 2,3 ລ້ານ ບັດ​ເລືອກ​ຕັ້ງ, ​ເທົ່າ​ກັບ 77,61% ຈຳນວນ​ບັດ​ເລືອກ​ຕັ້ງ. ພາຍຫຼັງ​ຮັບ​ດຳລົງ​ຕຳ​ແໜ່​ງ, ທ່ານ Keita ​ໄດ້​ຖະ​ແຫຼ​ງວ່າ ບຸລິມະສິດ​ອັນ​ດັບ​ໜຶ່ງ​ແມ່ນ​ສ້າງສັນຕິພາບ​ຍາວ​ນານ​ກັບ​ທະຫານ​ກະບົດ​ແຍກ​ຕົວ​ ຊາວ Tuareg ຢູ່​ທາງ​ພາກ​ເໜືອ​ມາລີ, ພ້ອມ​ທັງ​ລົບ​ລ້າງ​ໄພ​ສໍ້​ລາດ​ບັງ​ລວງ ​ແລະ ຟື້ນ​ຟູ​ພື້ນຖານ​ເສດຖະກິດ​ທີ່​ອ່ອນ​ດ້ອຍ. ກ່ອນ​ໜ້າ​ນັ້ນ, ​ໃນ​ບັ້ນ​ຫາງ​ສຽງ​ເລືອກ​ຕັ້ງຂອງ​ຕົນ, ທ່ານ Keita ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ໂຮມ​ມາລີ ​ເປັນ​ເອກະ​ພາບ, ນຳມາ​ເຊິ່ງສັນຕິພາບ ​ແລະ ຄວາມ​ສະ​ຫງົບ​ປອດ​ໄພ, ພ້ອມ​ທັງ​ເຊື່ອມ​ຕໍ່ການ​ເຈລະຈາ​ລະຫວ່າງ​ບັນດາ​ກຳ​ລັງ​ຢູ່ພາຍ​ໃນ​ປະ​ເທດຄືນ​ໃໝ່. ນອກຈາກ​ນັ້ນ, ທ່ານ Keita ຍັງ​ຕ້ອງ​ຮັບ​ມື​ກັບ​ໜ້າ​ທີ່​ຄວບ​ຄຸມ​ເລື່ອງ​ນຳຊາວ​ມາລີ 500.000 ຄົນ​ທີ່​ພວມ​ລີ້​ໄພ​ສົງຄາມ​ກັບ​ຄືນ​ເມື່ອ​ປະ​ເທດ.
ຂ່າວ/ບົດ​ອື່ນ