ທ່ານ Masound Pezeshkian ເຂົ້າ​ສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ

(VOVWORLD) - ວັນທີ 30 ກໍລະກົດ, ທ່ານ Masoud Pezeshkian ໄດ້ເຂົ້າສາບານຕົວຮັບດຳລົງຕຳແໜ່ງປະທານາທິບໍດີ ຄົນທີ 9 ຂອງ ສາທາລະນະລັດ ອິດສະຣາມ ອີຣານ.
ທ່ານ Masound Pezeshkian ເຂົ້າ​ສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ - ảnh 1ທ່ານປະທານາທິບໍດີ ອີຣານ Masoud Pezeshkian (ພາບ: IRNA/TTXVN)

ເມື່ອກ່າວຄຳປາໄສໃນພິທີສາບານຕົວທີ່ໄດ້ຖ່າຍທອດສົດຜ່ານຊ່ອງໂທລະພາບແຫ່ງຊາດ, ທ່ານ Pezeshkian ສະແດງຄຳໝັ້ນສັນຍາ “ປ້ອງກັນສາສະໜາທາງການ, ລະບົບ ສ.ອິດສະລາມ ອີຣານ ແລະ ລັດຖະທຳມະນຸນຂອງປະເທດຊາດ”. ທ່ານ Pezeshkian ຄາດຄະເນວ່າຈະປະກາດລັດຖະບານໃໝ່ໃນຮອບເວລາ 2 ອາທິດ.

        ທ່ານ Pezeshkian, ອາຍຸ 69 ປີ ຍາດໄດ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີຮອບທີ 2 ໃນວັນທີ 5 ກໍລະກົດ ຜ່ານມາ. ທ່ານເປັນຜູ້ປະຕິຮູບ ແລະ ເປັນທ່ານໝໍ່ຜ່າຕັດຫົວໃຈ, ເຄີຍດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງສາທາລະນະສຸກ ໃນສະໄໝຂອງທ່ານປະທານາທິບໍດີ ຕາມລັດທິປະຕິຮູບ  Mohammad Khatami ໃນໄລຍະ 2001 – 2005. ທ່ານ Pezeshkian ຮຽກຮ້ອງ “ການພົວພັນມີລັກສະນະສ້າງສັນ” ກັບບັນດາປະເທດຝ່າຍຕາເວັນຕົກ ເພື່ອ “ນຳ ອີຣານ ຫຼຸດພົ້ນອອກຈາກທ່າໂດດດ່ຽວ” ກໍຄື ສະໜັບສະໜູນການຟື້ນຟູຂໍ້ຕົກລົງນິວເຄຼຍ ສະບັບປະຫວັດສາດ, ຫຼືຍັງເອີ້ນວ່າ ແຜນການດຳເນີນງານຮ່ວມຮອບດ້ານ (JCPOA).


ຕອບກັບ

ຂ່າວ/ບົດ​ອື່ນ