ທ່ານ Nguyen Sinh Hung ໃຫ້ການຕ້ອນຮັບ ເອກອັກຄະລັດຖະທູດ ຍີ່ປຸ່ນ

ທ່ານ Nguyen Sinh Hung ໃຫ້ການຕ້ອນຮັບ ເອກອັກຄະລັດຖະທູດ ຍີ່ປຸ່ນ - ảnh 1

(ພາບ: nguyenphutrong.net)

(VOV)-  ຕອນ​ເຊົ້າວັນ​ທີ 21/11, ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ​ທ່ານ Tanizaki Yasuaki ເອກ​ອັກຄະ​ລັດຖະທູດ​ຍີ່ປຸ່ນ ປະຈຳ​ຫວຽດນາມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ເນັ້ນກ​ໜັກ​ວ່າ: ສະພາ​ແຫ່ງ​ຊາດ​ຫວຽດນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ ​ແລະ ສົມທົບ​ກັບ​ສະພາ​ແຫ່ງ​ຊາດ​ຍີ່ປຸ່ນ ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື, ພົບ​ປະ​ແລກປ່ຽນ​ລະຫວ່າງ​ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ປາດ​ຖະໜາ​ວ່າ​ສອງ​ປະ​ເທດ​ຈະ​ກະກຽມ​ບັນດາ​ການ​ເຄື່ອນ​ໄຫວສະ​ເຫຼີ​ມະ​ຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ຫວຽດນາມ-​ຍີ່ປຸ່ນ ​ໃຫ້​ເປັນ​ຢ່າງ​ດີ ​ແລະ ສະ​ເໜີ​ວ່າ: ພ້ອມ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ, ກຸ່ມ​ພັນທະ​ມິດ​ສະມາຊິກ​ສະພາ​ແຫ່ງ​ຊາດ​ມິດຕະພາບ​ສອງ​ປະ​ເທດ, ບັນດາ​ກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ຄວນ​ຍູ້​ແຮງ​ການ​ເຄື່ອ​ນ​ໄຫວ​ປະສານ​ສົມທົບ, ​ໂອ້​ລົມ​ສົນທະນາ, ​ແລກປ່ຽນ​ຄຳ​ເຫັນ ​ແລະ ​ແບ່ງປັນ​ບົດຮຽນ​ດ້ານ​ນິຕິບັນຍັດ.

   ສ່ວນ​ທ່ານເອກ​ອັກຄະ​ລັດຖະທູດ​ຍີ່ປຸ່ນ Tanizaki Yasuaki ​​ໃຫ້​ຮູ້​ວ່າ, ​ໃນ​​ໄລຍະ​ທີ່​ຈະ​ມາ​ເຖິງ, ຍີ່ປຸ່ນ ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ຊ່ວຍ​ເຫຼືອທຶນ ODA ​ໃຫ້​ແກ່​ຫວຽດນາມ ​ເພື່ອ​ປະຕິບັດ​ບັນດາ​ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ-​ສັງຄົມ. ທ່ານ​ປາດ​ຖະໜາວ່າ​ຫວຽດນາມ ຈະ​ສືບ​ຕໍ່​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ກ່ວາ​ອີກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຍີ່ປຸ່ນ ລົງທຶນ​ເຂົ້າຫວຽດນາມ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ຝ່າຍ.

 

 

ຂ່າວ/ບົດ​ອື່ນ