( vovworld ) - ຕອນບ່າຍວັນທີ 1/6, ຢູ່ສຳນັກງານສູນກາງພັກ, ທ່ານ To Huy Rua ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະຖາບັນການເມືອງການປົກຄອງແຫ່ງຊາດລາວໂດຍສາດສະດາຈານ ດຣ ກິແກ້ວ ໄຂຄຳພິທູນ, ກຳມະການສູນກາງພັກ, ຫົວໜ້າສະຖາບັນນຳໜ້າ ພວມຢູ່ຢ້ຽມຢາມ, ເຮັດວຽກ ແລະ ພົບປະມິດຕະພາບກັບສະຖານບັນການເມືອງການປົກຄອງແຫ່ງຊາດໂຮ່ຈິມິນ. ທ່ານ To Huy Rua ຕີລາຄາສູງໝາກຜົນຂອງການຢ້ຽມຢາມ, ເຮັດວຽກ ແລະ ພົບປະມິດຕະພາບຂອງຄະນະຜູ້ແທນຢູ່ ຫວຽດນາມ ຄັ້ງນີ້ ແລະ ໝາກຜົນຂອງການຮ່ວມມືລະຫວ່າງສອງສະຖາບັນການເມືອງການປົກຄອງແຫ່ງຊາດຂອງາສອງປະເທດໃນໄລຍະທີ່ຜ່ານມາ, ປະກອບສ່ວນສຳຄັນນຳສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວ ພັດທະນາຂຶ້ນສູ່ລະດັບສູງໃໝ່, ນັບມື້ນັບເລິກເຊີ່ງ, ມີປະສິດທິຜົນ ແລະ ແທດຈິງ. ທ່ານປາດຖະໜາວ່າ, ສະຖາບັນການເມືອງສອງປະເທດ ຈະສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນບົດຮຽນ, ຊ່ວຍເຫຼືອຊື່ງກັນ ແລະ ກັນໃນການກໍ່ສ້າງ, ບຳລຸງພະນັກງານ, ຄົ້ນຄ້ວາວິທະຍາສາດ, ຂໍ້ມູນເອກະສານ ແລະ ໃນວຽກງານຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫ່ຍຂອງແຕ່ລະພັກ; ປະສານສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວໃນປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ ປີ 2012 ໃຫ້ເປັນຢ່າງດີ.