ທ່ານ Uong Chu Luu ຢ້ຽມຢາມ​ອັກ​ຊັງ​ຕິນ

ທ່ານ Uong Chu Luu ຢ້ຽມຢາມ​ອັກ​ຊັງ​ຕິນ - ảnh 1

ປະ​ເທດ​ອັກ​ຊັງ​ຕິນ

(ພາບ:dulich.chudu24.com)​

( vovworld ) – ຄະ​ນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໂດຍ​ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Uong Chu Luu ນຳ​ໜ້າ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ອັກ​ຊັງ​ຕີນ​ໃນ​ວັນ​ທີ 28 ​ແລະ 29/6. ​ໃນ​ການ​ພົບ​ປະ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ອັກ​ຊັງ​ຕິນ, ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Uong Chu Luu ​ໄດ້​ຕີ​ລາຄາ​ສູງ​ທີ່​ຕັ້ງບົດບາດຂອງ​ອັກ​ຊັງ​ຕິນ ຢູ່​ພາກ​ພື້ນ​ອາ​ເມ​ລິ​ກາ​ລາ​ຕິນ ພ້ອມ​ທັງ​ຖື​ວ່າ, ການ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ ທີ່​ບັນດາ​ອົງການ​ຈັດຕັ້ງລັດຖະສະພາພາກ​ພື້ນ ​ແລະ ​ໂລກ ​ໄດ້​ປະກອບສ່ວນ​ຕິດ​ພັນ​ອາຊີ ກັບ​ອາ​ເມ​ລິ​ກາ​ໃຕ້ ກໍ່​ຄື​ລະຫວ່າງ​ບັນດາ​ປະ​ເທດ​ໃຕ້-​ໃຕ້. ບັນດາ​ການ​ນຳ​ອັກ​ຊັງ​ຕິນ ​ເນັ້ນໜັກ​ວ່າ, ປະຈຸ​ບັນ, ສອງ​ປະ​ເທດ​ພວມ​ຢູ່ໃນ​ຈຸດ​ເວລາ​ດີ​ທີ່​ສຸດ ​ເພື່ອ​ຊຸກ​ຍູ້​ການ​ພົວພັນ​ດ້ານ​ການ​ເມືອງ, ​ເສດຖະກິດ, ການ​ຄ້າ, ວິທະຍາສາດ​ເຕັກນິກ ​ແລະ ວັດທະນະທຳ​ກ່ວາ​ອີກ. ທ່ານ​ປະທານ​​ກຳມາ​ທິການ​ສະພາ​ສູງ​ອັກ​ຊັງ​ຕິນ Daniel Filmus ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ ຈະ​ສ້າງຕັ້ງກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ມິດຕະພາບ​ກັບ​ຫວຽດນາມ.

ຂ່າວ/ບົດ​ອື່ນ