ທ່ານ ເຈິ່ນກວ​ກ​ເວື້ອງ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາທິ​ການ​ພັກ​ກອມ​ມູ​ນິດ ຕ​້ອນ​ຮັບ​ທ່ານ Mark Esper ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ

(VOVWORLD) - ຕອນບ່າຍວັນທີ 20 ພະຈິກ ປີ 2019, ຢູ່ສຳນັກງານສູນກາງພັກ, ທ່ານເຈິ່ນກວກເວື້ອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Mark Esper ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ, ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. 

ທ່ານ ເຈິ່ນກວ​ກ​ເວື້ອງ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາທິ​ການ​ພັກ​ກອມ​ມູ​ນິດ ຕ​້ອນ​ຮັບ​ທ່ານ Mark Esper ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ - ảnh 1ທ່ານເຈິ່ນກວກເວື້ອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ໃຫ້ການຕ້ອນຮັບທ່ານ Mark Esper ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ

(ພາບ: TTXVN)

ທ່ານ Mark Esper ຢັ້ງຢືນວ່າ ອາເມລິກາ ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີ, ເຮັດໃຫ້ການພົວພັນຮ່ວມມືກັບ ຫວຽດນາມ ໃນທຸກໆຂົງເຂດເລິກເຊິ່ງກ່ວາອີກ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ ເປັນປັດໄຈທີ່ສຳຄັນ. ທ່ານ ເຈິ່ນກວກເວື້ອງ ກໍ່ຢັ້ງຢືນວ່າ ຫວຽດນາມ ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ ແລະ ປາດຖະໜາ ຢາກເອົານຳການພົວພັນຄູ່ຮ່ວມມືຮອບດ້ານກັບ ອາເມລິກາ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນໃນຂົງເຂດຕ່າງໆ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ. ທ່ານເຈິ່ນກວກເວື່ອງ ເນັ້ນໜັກເຖິງ ຄວາມຈຳເປັນໃນການເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ເພີ່ມທະວີການຮ່ວມມືໃນຂອບເຂດຂໍ້ລິເລີ່ມໃນເຂດອານຸພາກພື້ນແມ່ນ້ຳຂອງ, ສະເໜີໃຫ້ ອາເມລິກາ ສືບຕໍ່ໜູນຊ່ວຍ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ.

        ທ່ານ Mark Esper ລັດຖະມົນຕີກະຊວງປ້ອງກັນປະເທດໄດ້ຢັ້ງຢືນວ່າ ອາເມລິກາ ສະໜັບສະໜູນການແກ້ໄຂບັນດາການຂັດແຍ່ງຢູ່ທະເລຕາເວັນອອກໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລ 1982, ເຄົາລົບວິວັດທະນາການທາງການທູດ ແລະ ນິຕິກຳຢ່າງຄົບຖ້ວນ, ຮັບປະກັນຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ, ການບິນຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ