(vovworld) – ຕອນເຊົ້າວັນທີ 31/10, ຢູ່ນະຄອນ ຮ້າລອງ, ແຂວງ ກວາງນີງ, ຄະນະປະຕິບັດງານຂອງອະນຸກຳມະການເອກະສານກອງປະຊຸມໃຫຍ່ພັກກອມມູນິດ ຫວຽດນາມ ຄັ້ງທີ 12 ໂດຍທ່ານ ດິງເທ໋ຮິງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ, ຮອງຫົວໜ້າອະນຸກຳມະການຜູ້ປະຈຳການອະນຸກຳມະການເອກະສານ, ຫົວໜ້າໜ່ວຍບັນນາທິການເອກະສານ, ເຮັດວຽກກັບຄະນະປະຈຳຄະນະພັກແຂວງກວາງນີງ ກ່ຽວກັບແຜນຮ່າງ “ຍົກສູງຄວາມສາມາດ, ກຳລັງຕໍ່ສູ້, ປ່ຽນໃໝ່ວິທີນຳພາຂອງພັກ, ເຮັດໃຫ້ກົງຈັກ, ບັນຈຸພະນັກງານກະທັດລັດ” ແລະ ປະກອບຄຳເຫັນສ້າງຮ່າງບົດລາຍງານການເມືອງ ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ.
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ດິງເທ໋ຮິງ ຕີລາຄາສູງເນື້ອໃນຂອງແຜນຮ່າງ “ຍົກສູງຄວາມສາມາດ, ກຳລັງຕໍ່ສູ້, ປ່ຽນໃໝ່ວິທີນຳພາຂອງພັກ ແລະ ເຮັດໃຫ້ກົງຈັກ, ບັນຈຸພະນັກງານກະທັດລັດ” .ທ່ານ ດິງເທ໋ຮິງ ສະເໜີໃຫ້ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າແຂວງ ກວາງນິງ ສືບຕໍ່ມານະພະຍາຍາມຫຼາຍກ່ວາອີກ, ສາມັກຄີ, ສູ້ຊົນປະຕິບັດບັນດາຄາດໝາຍເສດຖະກິດ - ສັງຄົມຂອງປີ 2014 ໃຫ້ສຳເລັດ,ປະຕິບັດມະຕິອາຍຸການກອງປະຊຸມໃຫຍ່ຄັ້ງທີ 13 ຂອງອົງຄະນະພັກແຂວງ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກຢ່າງມີໄຊ.