ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມ ແລະ ເຮັດວຽກຢູ່ ຫາຍຟອງ

(VOVWORLD) - ຕອນບ່າຍວັນທີ 09 ກໍລະກົດ, ທີ່ນະຄອນ ຫາຍຟອງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ເຮັດວຽກກັບພະນັກງານຫຼັກແຫຼ່ງຂອງນະຄອນ ຫາຍຟອງ 

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມ ແລະ ເຮັດວຽກຢູ່ ຫາຍຟອງ - ảnh 1

ທ່ານປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ພະນັກງານຫຼັກແຫຼ່ງຂອງນະຄອນ ຫາຍຟອງ 

ກ່ຽວກັບໝາກຜົນແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຕັ້ງທີ 12 ຂອງພັກ, ມະຕິຂອງສະພາແຫ່ງຊາດ ກ່ຽວກັບການພັດທະນາເສດຖະກິດ - ສັງຄົມໄລຍະ  5 ປີ (2016 – 2021), ມະຕິກອງປະຊຸມໃຫຍ່ຕັ້ງທີ 15 ຂອງອົງຄະນະພັກນະຄອນນັບແຕ່ຕົ້ນອາຍຸການມາຮອດປັດຈຸບັນ ແລະ ທິດທາງ, ໜ້າທີ່ໃນຊຸມປີຈະມາເຖິງ

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ ຄວາມສາມາດບົ່ມຊ້ອນການພັດທະນາຂອງນະຄອນ ຫາຍຟອງ ຍັງໃຫຍ່ຫລວງຢູ່; ພ້ອມທັງສະແດງໃຫ້ເຫັນຄວາມເຊື່ອໝັ້ນຕໍ່ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ຫາຍຟອງ ຈະມານະພະຍາຍາມກໍ່ສ້າງນະຄອນ ຫາຍຟອງ ກາຍເປັນຈຸດສຸມການພັດທະນາຂະຫຍັນຂັນເຄື່ອນຂອງທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ