ທ່ານນາງຫງວຽນທິກິມເງິນຕ້ອນຮັບຄະນະສະມາຊິກສະພາແຫ່ງຊາດຊຸດຕ່າງໆແຂວງກວາງນີງ

ທ່ານນາງຫງວຽນທິກິມເງິນຕ້ອນຮັບຄະນະສະມາຊິກສະພາແຫ່ງຊາດຊຸດຕ່າງໆແຂວງກວາງນີງ - ảnh 1
ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ​
(ພາບປະກອບ)

(vovworld) – ທີ່​ການ​ຕ້ອນຮັບ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ຕ່າງໆ​ (ສສຊ) ຂອງ​ແຂວງ ກວາງ​ນິງ (ສສຊ) ​ໃນ​ຕອນ​ບ່າຍວັນ​ທີ 5/7, ທີ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ​ ​ໄດ້​ແຈ້ງ​ໃຫ້​ຊາບ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​​ໃນ​ໄລຍະ​ຈະ​ມາ​ເຖິງ. ​ໃນ​ນັ້ນ​ມີ​ການ​ກະກຽມ​ຂອງ​ກອງ​ປະຊຸຸມສະ​ໄໝ​ສາມັນ​ຄັ້ງ​ປະຖົມມະ​ເລີກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14, ສະຫລຸບ​ວຽກ​ງານອາຍຸ​ການ​ຂອງ​ສະພາ​​ເລືອກ​ຕັ້ງ​ແຫ່ງ​ຊາດ, ປະຕິບັດ​ແຜນ​ຮ່າງ​ປ່ຽນ​ໃໝ່, ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ, ຝຶກ​ອົບຮົມ​ທັກ​ສະ​ໃຫ້ ສສຊ ​ໃໝ່. ສສຊ ຊຸດ​ທີ 14 ມີ 496 ທ່ານ​ເວົ້າ​ລວມ ​ແລະ ບັນດາ ສສຊ ​ແຂວງ ກວາງ​ນີງ ​ເວົ້າ​ສະ​ເພາະຈະ​ສືບ​ທອດ​ບັນດາ​ຜົນງານ​ອັນ​ເໝາະ​ສົມ​ນັ້ນ ​ແລະ ປະຕິບັດ​ໜ້າ​ທີ່​ເຊ່ິງພັກ, ລັດ​ໄດ້​ມອບ​ໝາຍ​ໃຫ້.


ຂ່າວ/ບົດ​ອື່ນ