ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ພົບປະກັບພວກເດັກຜ່ານຜ່າຄວາມຫຍຸ້ງຍາກບືນຕົວຂຶ້ນ

(VOVWORLD) -ເລື່ອງປົກປ້ອງ, ເບິ່ງແຍງດູແລເດັກນ້ອຍ, ເຊິ່ງເປັນລຸ້ນຄົນສ້າງສາປະເທດຊາດໃນອະນາຄົດນັ້ນ ເປັນນະໂຍບາຍສໍາຄັນເພື່ອປະຕິບັດເປົ້າໝາຍພັດທະນາ.
ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ພົບປະກັບພວກເດັກຜ່ານຜ່າຄວາມຫຍຸ້ງຍາກບືນຕົວຂຶ້ນ - ảnh 1ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ (ພາບ: TTXVN)

ເນື່ອງໃນໂອກາດກ້າວເຂົ້າສູ່ສົກຮຽນໃໝ່ ແລະ ວັນບຸນໄຫວ້ພະຈັນທີ່ໃກ້ຈະວຽນມາ, ຕອນເຊົ້າວັນທີ 9 ກັນຍາ, ຢູ່ທໍານຽບປະທານປະເທດ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ ໄດ້ມີການພົບປະ ແລະ ໂອ້ລົມກັບເດັກ 106 ຄົນ ເຊິ່ງເປັນເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ແຕ່ດຸໝັ້ນຂະຫຍັນພຽນໃນການຮໍ່າຮຽນ ແລະ ໄດ້ຮັບນາມມະຍົດນັກຮຽນດີ, ນັກຮຽນເກັ່ງ ທີ່ມາຈາກ 7 ແຂວງ, ນະຄອນໃນທົ່ວປະເທດ. ທ່ານນາງຮອງປະທານປະເທດດັ້ງທິງອກທິ້ງ ປາດຖະໜາວ່າ ບັນດານ້ອງນັກຮຽນ ຈະສືບຕໍ່ບືນຕົວຂຶ້ນ, ມານະພະຍາຍາມຮໍ່າຮຽນເພື່ອຫັນຄວາມໄຝ່່ຝັນຂອງຕົນໃຫ້ກາຍເປັນຄວາມຈິງ, ກາຍເປັນພົນລະເມືອງທີ່ມີປະໂຫຍດ, ປະກອບສ່ວນເຂົ້າໃນການສ້າງສາປະເທດຊາດ.

        ກໍທີ່ການພົບປະ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ເນັ້ນໜັກວ່າ ເລື່ອງປົກປ້ອງ, ເບິ່ງແຍງດູແລເດັກນ້ອຍ, ເຊິ່ງເປັນລຸ້ນຄົນສ້າງສາປະເທດຊາດໃນອະນາຄົດນັ້ນ ເປັນນະໂຍບາຍສໍາຄັນເພື່ອປະຕິບັດເປົ້າໝາຍພັດທະນາ. ດັ່ງນັ້ນ, ທ່ານນາງ ດັ້ງທິງອກທິ້ງ ສະເໜີໃຫ້ບັນດາກະຊວງ, ຂະແໜງການ,  ບັນດາອົງການຈັດຕັ້ງສັງຄົມ ແລະ ທາງໂຮງຮຽນ ສືບຕໍ່ໃຫ້ຄວາມເອົາໃຈໃສ່ການສຶກສາ, ການປົກປ້ອງ ແລະ ເບິ່ງແຍງດູແລເດັກເວົ້າລວມ ແລະ ເດັກທີ່ປະສົບກັບຄວາມຫຍຸ້ງຍາກເວົ້າສະເພາະ ເພື່ອໃຫ້ເດັກທຸກຄົນລ້ວນແຕ່ໄດ້ໄປໂຮງຮຽນ, ບໍ່ປະໃຫ້ເດັກຄົນໃດຖືກຕົກຢູ່ເບື້ອງຫຼັງ.


ຕອບກັບ

ຂ່າວ/ບົດ​ອື່ນ