ທ່ານນາງຮອງປະທານປະເທດ ຕ້ອນຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີແຂວງດົງທ໋າບ

ທ່ານນາງຮອງປະທານປະເທດ ຕ້ອນຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີແຂວງດົງທ໋າບ - ảnh 1
(ພາບປະກອບ)

(vovworld) - ຕອນ​ບ່າຍ​ວັນ​ທີ 23 ສິງຫາ, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ ​ໄດ້​ໃຫ້ການ​ຕ້ອນຮັບຄະນະຜູ້​ຕາງໜ້າຜູ້​ມີ​ຄຸນງາມຄວາມດີ​ແຂວງ​ດົງ​ທ໋າ​ບ. ທີ່​ການ​ຕ້ອນຮັບ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​​ໄດ້​ຮັບ​ຟັງບັນດາຜູ້​ຕາງໜ້າຜູ້​ມີ​ຄຸນງາມຄວາມດີ​ແຂວງ​ດົງ​ທ໋າ​ບ ສະ​ແດງ​ຄວາມ​ຫວັງ, ປາດ​ຖະໜາ, ລາຍ​ງານ​ບັນດາ​ການ​ປະກອບສ່ວນ​ຂອງຜູ້​ມີ​ຄຸນງາມຄວາມດີ​ແຂວງ​ດົງ​ທ໋າ​ບ ​ໃນ​ພາລະກິດ​ສ້າງສາ​ບ້ານ​ເກີດ​ເມືອງ​ນອນ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ຮັບ​ຮູ້​ຜົນງານ​ປະກອບສ່ວນ​ຂອງ​ຜູ້​​ມີ​ຄຸນງາມຄວາມດີຕໍ່ການ​ປະຕິວັດ​ແຂວງ​ດົງ​ທ໋າບ ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ​ເນັ້ນ​ໜັກ​ເຖິງ​ບົດບາດ​ຂອງຜູ້​​ມີ​ຄຸນງາມຄວາມດີທີ່​ມີ​ຕໍ່​ວິວັດ​ການກໍ່ສ້າງ​ຊົນນະບົດ​ໃໝ່​ສຳລັບ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຢູ່​ທ້ອງ​ຖິ່ນ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ປາດ​ຖະໜາ​ວ່າ ບັນດາຜູ້​ມີ​ຄຸນງາມຄວາມດີ​ແຂວງ​ດົງ​ທ໋າ​ບ ສືບ​ຕໍ່​ເສີມ​ຂະຫຍາຍ​ຄຸນ​ນະ​ທາດການ​ປະຕິວັດ, ອົງອາດ​ກ້າ​ຫານ​ເພື່ອ​ສ້າງສາ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ ​ໃຫ້​ນັບ​ມື້​ນັບ​ສີວິ​ໄລ, ຮັ່ງມີ ​ແລະ ສວຍ​ງາມ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ສະ​ເໜີ​ໃຫ້ການ​ນຳ​ແຂວງ​ດົງ​ທ໋າບ ສືບ​ຕໍ່​ເອົາ​ໃຈ​ໃສ່​, ​​ເບ່ິງ​ແຍງ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ທະຫານ​ເສຍ​ອົງຄະ, ທະຫານ​ເຈັບ​ປ່ວຍ, ຄອບຄົວທີ່​ມີ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ...

ຂ່າວ/ບົດ​ອື່ນ