ທ່ານນາງຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຢ້ຽມຢາມອັງກິດ

ທ່ານນາງຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຢ້ຽມຢາມອັງກິດ - ảnh 1
ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ
(ພາບ​ປະ​ກອບ: quochoi)

(vovworld) - ໃນ​ຂ​ອບ​ເຂດ​ການ​ຢ້ຽມ​ຢາມ​ລາ​ຊະ​ອາ​ນາ​ຈ​ັກ​ອັງ​ກິດ, ຕອນ​ເຊົ້າ​ວັນ​ທີ 31/05, ທ່ານ​ນາງ ຕ່ອງ​ທິ​ຟ໋ອງ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄດ້​ມີ​ການ​ເຮັດ​ວ​ຽກ​ກັບ​ທ່ານ​ນາງ Jennette Arnold, ຮອງ​ປະ​ທານ​ສະ​ພາ​ນະ​ຄອນ​ ລອນດອນ ແລະ ທ່ານ​ນາງ Joanne McCartney, ຮອງ​ເຈົ້າ​ຄອງ​ນະ​ຄອນ​ລອນດອນ. ໃນ​ບົດ​ກ່າວ​ປາ​ໄສ​ຊົມ​ເຊີຍ​ການ​ຢ້ຽມ​ຢາມ, ທ່ານ​ນາງ Jennette Arnold ເນັ້ນ​ໜັກ​ວ່າ, ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາງ ຕ່ອງ​ທິ​ຟ໋ອງ ໄ​ດ້​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ສາດ​ລະ​ຫວ່າງ 2 ປະ​ເທດ​ຍິ່ງກວ່າ​ອີກ. ສ່ວນ​ທ່ານ​ນາງ Joanne McCartney, ໄດ້​ຕີ​ລາ​ຄາ​ສູງ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາງຕ່ອງ​ທິ​ຟ໋ອງ ມາ​ຢ້ຽມ​ຢາມ​ປະ​ເທດ​ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ແລະ ນະ​ຄອນ​ລອນ​ດອນ, ຕາມ​ທ່ານ​ນາງແລ້ວ, ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ແລະ ຫວຽດ​ນາມ ສາ​ມາດ​ແບ່ງ​ປັນ​ໃນ​ຫຼາຍ​ບັນ​ຫາ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ 2 ຝ່າຍ, ພິ​ເສດ​ແມ່ນ​ໃນ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ.

        ​ສ່ວນທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ໃຫ້​ຮູ້​ວ່າ, ການ​ຢ້ຽມ​ຢາມລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ​ຄັ້ງ​ນີ້​ຂອງ​ຄະ​ນະ​​ຜູ້​ແທນສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ແມ່ນ​ເພື່ອ​ແນ​ໃສ່​ແລກ​ປ່ຽນ​ບົດ​ຮຽນ​ກ່ຽວ​ກັບ​ການ​ສ້າງ​ລັດ​ແຫ່ງ​ອຳ​ນາດ​ກົດ​ໝາຍ, ພ້ອ​ມ​ທັງ​ຊຸກ​ຍູ​້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ