ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນເຂົ້າຮ່ວມກອງປະຊຸມສະພາທົ່ວໂລກເພື່ອແມ່ຍິງ

ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນເຂົ້າຮ່ວມກອງປະຊຸມສະພາທົ່ວໂລກເພື່ອແມ່ຍິງ - ảnh 1
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ ຫວຽດນາມ​ ຫງວຽນ​ທິກີ​ມ​ເງິນ
(ພາບ: ອິນເຕີແນັດ)

(vovworld) - ​ ຕອນ​ບ່າຍ​ວັນ​ທີ 28/8, ກອງ​ປະຊຸມສະພາ​ທົ່ວ​ໂລກ​ເພື່ອ​ແມ່ຍິງ (WAW 2015) ​ໄຂ​ຂຶ້ນ​ຢູ່​ນະຄອນຫລວງ ​ໂຕ​ກຽວ ປະ​ເທດ ຍີ່ປຸ່ນ. ກອງ​ປະຊຸມ​ດັ່ງກ່າວ ດຳ​ເນີນ​ໃນ​ເວລາ 2 ວັນ​ຄື​ວັນ​ທີ 28 – 29/8 ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ເກືອບ 150 ຄົນ, ລວມມີ​ບັນດາ​ການ​ນຳ ລັດ, ​ເຈົ້າ​ໜ້າ​ທີ່​ລັດຖະບານ ທີ່​ມາ​ຈາກ 40 ປະ​ເທດ, 8 ອົງ​ການ​ຈັດ​ຕັ້ງ​ສາກົນ, ບັນດາ​ວິ​ສາ​ຫະກິດ  ນັກຮຽນ​ຮູ້, ປັນຍາ​ຊົນ​ທີ່​ມີ​ຊື່​ສຽງ​ຢູ່​ຫລາຍ​ປະ​ເທດ ​ແລະ ພາກ​ພື້ນ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ ຫວຽດນາມ​ ຫງວຽນ​ທິກີ​ມ​ເງິນ ນຳ​ໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe  ​ເນັ້ນ​ໜັກ​ຄວາມ​ໝາຍ​ຂອງ​​ເພດຍິງ ​ແລະ ​ເພດ​ຊາຍ​ພ້ອມ​ກັນ​ຮ່ວມ​ມື​ເພື່ອ​ສ້າງ​ສັງຄົມ​ສະດວກ​ໃຫ້​ແກ່​ທັງ 2 ຝ່າຍ. ຕໍ່​ຈາກ​ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ ບັນດາ​ນັກ​ປະ​ຖະ​ກະຖາ​ໄດ້​ແນະນຳ​ບົດ​ປະກອບ​ຄວາມ​ເຫັນຫລາຍ​ບົດ​ກ່ຽວຂ້ອງ​ເຖິງ​ຫົວ​ເລື່ອງ​ສຶກສາ​ໃຫ້​ເດັກ​ຍິງ, ​ແມ່ຍິງ ​ແລະ ​ເສດຖະກິດ.

 


ຂ່າວ/ບົດ​ອື່ນ