ທ່ານນາຍົກລັດຖະມົນຕີ Narendra Modi ເປັນເຈົ້າພາບພິທີຕ້ອນຮັບ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ

(VOVWORLD) -ນີ້ແມ່ນການຢ້ຽມຢາມ ອິນເດຍ ຄັ້ງທຳອິດ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນຖານະຕຳແຫນ່ງການນຳລັດຖະບານ ແລະແມ່ນການຢ້ຽມຢາມ ອິນເດຍ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຫວຽດນາມພາຍຫລັງ 10 ປີ. 
ທ່ານນາຍົກລັດຖະມົນຕີ Narendra Modi ເປັນເຈົ້າພາບພິທີຕ້ອນຮັບ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  - ảnh 1ທ່ານນາຍົກລັດຖະມົນຕີ ສ ອິນເດຍ Narendra Modi ຕ້ອນຮັບ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.(ພາບ:  VGP/Nhật Bắc)

ຕອນເຊົ້າວັນທີ 1ສິງຫາ ຢູ່ ທຳນຽບປະທານາທິບໍດີ ຢູ່ ນະຄອນຫລວງ ນິວເດລີ, ທ່ານນາຍົກລັດຖະມົນຕີ ສ ອິນເດຍ Narendra Modi ເປັນເຈົ້າພາບພິທີຕ້ອນຮັບ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.

ພາຍຫລັງພິທີຕ້ອນຮັບ, ນາຍົກລັດຖະມົນຕີ ທັງສອງທ່ານ ໄດ້ດຳເນີນການພົບປະເຈລະຈາ ຢູ່ ທຳນຽບ ນາຍົກລັດຖະມົນຕີ ອິນເດຍ.

ກ່ອນຫນ້ານັ້ນ, ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປວາງພວງມາລາໄວ້ອາໄລນັກຮົບວິລະຊົນ Mahatma Gandhi ຂອງອິນເດຍ,  ຢູ່ ເຂດອະນຸສາວາລີ Raj Ghat ຢູ່ ນະຄອນຫລວງ ນິວເດລີ.

ໃນການພົບປະເຈລະຈາ, ນາຍົກລັດຖະມົນຕີສອງທ່ານ ຢັ້ງຢືນຄວາມຕັດສິນໃຈເພີ່ມທະວີ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ອິນເດຍ ໃນຊຸມປີຕໍ່ໄປ. ການນຳສອງທ່ານຕົກລົງເຫັນດີປັບປຸງບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອ ແລະ ເປີດກວ້າງອອກໄປຍັງຂົງເຂດໃໝ່ທີ່ມີກຳລັງບົ່ມຊ້ອນ ດ້ວຍທິດນຳ “5 ກວ່າ”, ເຊິ່ງລວມມີ: ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງກວ່າ, ຮ່ວມມືດ້ານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບໃຫ້ເລິກເຊິ່ງກວ່າ, ຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ການລົງທຶນແທດຈິງ ແລະ ມີປະສິດທິຜົນກວ່າ, ຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດຄິດສ້າງຢ່າງກວ້າງຂວາງກວ່າ, ແລກປ່ຽນວັດທະນະທຳ, ປະຊາຊົນເຊື່ອມຕໍ່ຢ່າງໜຽວແໜ້ນກວ່າ. ນາຍົກລັດຖະມົນຕີສອງທ່ານເຫັນດີເປີດກວ້າງການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ ແລະ ອຸດສາຫະກຳຄວາມໝັ້ນຄົງ; ການສຶກສາ - ບຳລຸງສ້າງ, ວັດທະນະທຳ, ການທ່ອງທ່ຽວ; ວິທະຍາສາດ ແລະ ເຕັກໂນໂລຢີ, ພິເສດໃນບັນດາຂົງເຂດເຕັກໂນໂລຢີຫຼັກແຫຼ່ງ, ຊີບເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ ແລະ ຮ່ວມມືກັນດ້ານນະວັດຕະກຳ, ຂຸດຄົ້ນເຕັກໂນໂລຢີ ແລະ ປຸງແຕ່ງແຮ່ດິນຫາຍາກ.

        ພາຍຫຼັງການພົບປະເຈລະຈາ, ສອງຝ່າຍໄດ້ເປັນສັກຂີພິຍານພິທີມອບ - ຮັບເອກະສານຮ່ວມມື 09 ສະບັບ. ສອງຝ່າຍໄດ້ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ນາຍົກລັດຖະມົນຕີສອງທ່ານກົດປຸ່ມເປີດສະຫຼອງສວນສາທາລະນະຊອັບແວກອງທັບ ຢູ່ ຍາຈາງ. 

ນີ້ແມ່ນການຢ້ຽມຢາມ ອິນເດຍ ຄັ້ງທຳອິດ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນຖານະຕຳແຫນ່ງການນຳລັດຖະບານ ແລະແມ່ນການຢ້ຽມຢາມ ອິນເດຍ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຫວຽດນາມພາຍຫລັງ 10 ປີ. ການຢ້ຽມຢາມ ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການພົວພັນຮ່ວມມືຫລາຍດ້ານເລິກເຊິ່ງກວ່າ, ນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ເຂົ້າສູ່ແທດຈິງ, ມີປະສິດທິຜົນກວ່າ ນັບທັງດ້ານການເມືອງ, ການທູດ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ສອງປະເທດ ເພີ່ມທະວີການແບ່ງປັນກ່ຽວກັບບັນດາບັນຫາຄວາມໝັ້ນຄົງ, ຍຸດທະສາດ ຢູ່ ພາກພື້ນ,ສາກົນ ແລະ ຢັ້ງຢືນການສະຫນັບສະຫນູນເຊິ່ງກັນ ແລະກັນ ໃນບັນດາເວທີປາໄສຫລາຍຝ່າຍ ຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

  ໃນຂອບເຂດການຢ້ຽມຢາມຄັ້ງນີ້, ຕອນບ່າຍວັນດຽວກັນ, ຢູ່ທຳນຽບປະທານາທິບໍດີຢູ່ນະຄອນຫຼວງ ນິວເດລີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຢ້ຽມຄ່ຳນັບທ່ານປະທານາທິບໍດີ ອິນເດຍ Droupadi Murmu.
 

          ນັກຂ່າວ ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ