ທ່ານນາຍົກລັດຖະມົນຕີ ຊູດັງ ລາອອກຈາກຕຳແໜ່ງ

(VOVWORLD) -ຂໍ້ຕົກລົງເຊິ່ງທ່ານ Abdalla Hamdok ຍົກອອກມາ ພາຍຫຼັງບໍ່ຮອດ 2 ເດືອນທີ່ໄດ້ຮັບດຳລົງແໜ່ງນາຍົກລັດຖະມົນຕີ ຊູດັງ ຄືນໃໝ່, ຕາມສ່ວນໜຶ່ງຂອງຂໍ້ຕົກລົງດ້ານການເມືອງກັບກອງທັບຂອງປະເທດນີ້.
ທ່ານນາຍົກລັດຖະມົນຕີ ຊູດັງ ລາອອກຈາກຕຳແໜ່ງ - ảnh 1ທ່ານນາຍົກລັດຖະມົນຕີ ຊູດັງ Abdalla Hamdok
(ພາບ: THX/TTXVN)

ວັນທີ 02 ມັງກອນ, ທ່ານນາຍົກລັດຖະມົນຕີ ຊູດັງ Abdalla Hamdok ຖະແຫຼງລາອອກຈາກຕຳແໜ່ງ ພາຍຫຼັງວິກິດການດ້ານການເມືອງຢູ່ປະເທດຕາເວັນອອກສຽງເໜືອອາຟະລິກາ ນີ້. ຂໍ້ຕົກລົງເຊິ່ງທ່ານ Abdalla Hamdok ຍົກອອກມາ ພາຍຫຼັງບໍ່ຮອດ 2 ເດືອນທີ່ໄດ້ຮັບດຳລົງແໜ່ງນາຍົກລັດຖະມົນຕີ ຊູດັງ ຄືນໃໝ່, ຕາມສ່ວນໜຶ່ງຂອງຂໍ້ຕົກລົງດ້ານການເມືອງກັບກອງທັບຂອງປະເທດນີ້.

        ຊູດັງ ຖືກຕົກເຂົ້າສູ່ສະພາບວຸ່ນວາຍພາຍຫຼັງທີ່ນາຍພົນ Abdel Fattah al Burhan - ການນຳໃນພາກຕົວຈິງຢູ່ປະເທດນີ້ໂຄ່ນລົ້ມຜະເດັດການ Omar al Bashir ເມື່ອປີ 2019 - ດຳເນີນການໂຄ່ນລົ້ມອຳນາດການປົກຄອງຂ້າມຜ່ານພົນລະເຮືອນ ແລະ ຈັບຕົວນາຍົກລັດຖະມົນຕີ Abdalla Hamdok ໃນວັນທີ 21 ພະຈິກ 2021, ແຕ່ບັນດາການແຫ່ຂະບວນປະທ້ວງຂະໜາດໃຫຍ່ສືບຕໍ່ດຳເນີນ ເພື່ອແນໃສ່ຄັດຄ້ານ ນາຍພົນ Abdel Fattah al Burhan ແລະ ຮຽກຮ້ອງໃຫ້ການນຳຄົນນີ້ປະຕິບັດຢ່າງຖືກຕ້ອງຕາມຄຳໝັ້ນສັນຍານຳພາປະເທດມຸ່ງໄປເຖິງພື້ນຖານປະຊາທິປະໄຕຢ່າງຮອບດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ