ທ່ານນາຍົກລັດຖະມົນຕີ ຍີ່ປຸນ Shinzo Abe ຢ້ຽມຢາມປະເທດ ລາວ

ທ່ານນາຍົກລັດຖະມົນຕີ ຍີ່ປຸນ Shinzo Abe ຢ້ຽມຢາມປະເທດ ລາວ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຍີ​່ປຸນ Shinzo Abe
ເຈລະຈາ​ກັບທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ
(ພາບ: kpl.net.la)


(vovworld) - ວັນ​ທີ 17/11,  ທ່ານ​ນາຍົກລັດຖະມົນຕີ ຍີ​່ປຸນ Shinzo Abe ພວມ​ຢູ່ຢ້ຽມຢາມ​ປະ​ເທດ ລາວ, ​ໄດ້ເຈລະຈາ​ກັບທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ. ສອງ​ຝ່າຍ​ເຫັນ​ດີເປັນ​ເອກະ​ສັນ​ສືບຕໍ່ປະຕິບັດ​ລາຍການ​ພົບ​ປະ​ແລກປ່ຽນລະຫວ່າງ​ຊາວໜຸ່ມນັກ​ສຶກສາ ຍີ່ປຸນ - ອາຊີຕາ​ເວັນ​ອອກ​ສ່ຽງ​ໃຕ້​ໃນ 5 ປີຈະ​ມາ​ເຖິງ; ​ເປີດ​ຫ້ອງການ​ຕ່າງໜ້າຂອງ​ອົງການ​ສົ່ງເສີມການ​ຄ້າ​ສາກົນ ຍີ່​ປຸນ ປະຈຳ​ນະຄອນຫຼວງ ວຽງຈັນ ​ໃນ​ເວລາ​​ໃກ້ໆນີ້; ສົມທົບ ​ແລະ ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ວຽກງານຈັດຕັ້ງ​ການ​ເຄື່ອນ​ໄຫວ, ​ເຫດການ​ຕ່າງເພື່ອສົ່ງ​ເສີມ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ເນື່ອງ​ໃນ​​ໂອກາດ​ສະ​ເຫຼີມສະຫຼອງ 50 ປີ​ແຫ່ງວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ລະ​ຫວ່າງ ລາວ ​ແລະ ຍີ່​ປຸນ ​ໃນ​ປີ 2015. ​ໃນ​ວັນ​ດຽວກັນ, ທ່ານ​ນາຍົກລັດຖະມົນຕີ Shinzo Abe ມີການພົບ​ປະ​ກັບທ່ານ​ປະທານ​ປະ​ເທດ ລາວ ຈູ​ມມາລີ ​ໄຊ​ຍະສອນ. ດ້ວຍ​ການ​ຢ້ຽມຢາມ ກຳປູ​ເຈຍ ​ແລະ ລາວ, ທ່ານ​ນາຍົກລັດຖະມົນຕີ Abe ​ໄດ້ສຳ​ເລັດ​ການ​ຢ້ຽມຢາມ 10 ປະ​ເທດ​ສະມາຊິກ ອາຊຽນ ນັບແຕ່ເມື່ອທ່ານຮັບ​ດຳລົງຕຳ່​ແໜ່ງ​ເມື່ອເດືອນ 12/2012.

ຂ່າວ/ບົດ​ອື່ນ