ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຜູ້​ໄດ້​ຮັບ​ການ​ບົ່ງ​ຕົວຂອງ ບັງ​ກະ​ລາ​ເທດ ຮຽກ​ຮ້ອງ​ໃຫ້​ສ້າງ​ສາ​ປະ​ເທດ​ຊາດ

(VOVWORLD) -   ທ່ານ Yunus ຮຽກຮ້ອງໃຫ້ປະຊາຊົນຈົ່ງລະງັບໃຈ ແລະ ກຽມພ້ອມສ້າງສາປະເທດ; ພ້ອມທັງເນັ້ນໜັກວ່າ ຖ້າເດີນຕາມເສັ້ນທາງແຫ່ງການໃຊ້ຄວາມຮຸນແຮງ, ທຸກຢ່າງຈະຖືກມ້າງທຳລາຍ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຜູ້​ໄດ້​ຮັບ​ການ​ບົ່ງ​ຕົວຂອງ ບັງ​ກະ​ລາ​ເທດ ຮຽກ​ຮ້ອງ​ໃຫ້​ສ້າງ​ສາ​ປະ​ເທດ​ຊາດ - ảnh 1ທ່ານ Muhammad Yunus ຜູ້ໄດ້ບົ່ງຕົວດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີຊົ່ວຄາວຂອງ ບັງກະລາເທດ ໃນວັນທີ 6/8/2024 (ພາບ: The Print/TTXVN)

ທ່ານ Yunus ກໍໃຫ້ຮູ້ວ່າ ຈະຈັດການເລືອກຕັ້ງພາຍໃນເວລາ 2 – 3 ເດືອນຈະມາເຖິງ. ທ່ານ ໄດ້ຍົກອອກຄຳຮຽກຮ້ອງດັ່ງກ່າວໃນສະພາບການແຫ່ຂະບວນປະທ້ວງໃຊ້ຄວາມຮຸນແຮງທີ່ເກີດຂຶ້ນຢູ່ ບັງກະລາເທດ ໃນຫຼາຍອາທິດຜ່ານມາ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 455 ຄົນ. ທ່ານປະທານາທິບໍດີ ກໍໄດ້ຍຸບເລິກສະພາແຫ່ງຊາດ ໃນວັນທີ 06 ສິງຫາ, ຕາມຄຳຮຽກຮ້ອງຂອງບັນດາການນຳນັກສຶກສາ ແລະ ອະດີດພັກຝ່າຍຄ້ານ ພັກຊາດນິຍົມ ບັງກະລາເທດ (BNP).

        ໂດຍມີຄວາມວິຕົກກັງວົນຕໍ່ສະພາບການຢູ່ ບັງກະລາເທດ, ກະຊວງການຕ່າງປະເທດ ຝລັ່ງ ໄດ້ຍົກອອກຄຳກ່າວເຕືອນພົນລະເມືອງໃຫ້ຈຳກັດການເດີນທາງໄປຍັງປະເທດ ອາຊີໃຕ້ນີ້. ອິນເດຍ ໄດ້ຍົກຍ້າຍພະນັກງານທີ່ບໍ່ຈຳເປັນທັງໝົດ ພ້ອມດ້ວຍຄອບຄົວຂອງເຂົາເຈົ້າອອກຈາກສະຖານທູດ ແລະ ສະຖານກົງສູນໃຫຍ່ ປະຈຳ ບັງກະລາເທດ.

ຕອບກັບ

ຂ່າວ/ບົດ​ອື່ນ