ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ, ຂ່ຳ​ນັບ​ຮັບ​ຕ້ອນ​ບັນ​ດາ​ວັນ​ບຸນ​ສຳ​ຄັນ​ຂອງ​ຊາດ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງລັດກ່ຽວກັບ ບັນດາກິດຈະກຳ, ໂຄງການສຳຄັນແຫ່ງຊາດ, ໂຄງການຄົມມະນາຄົມຂົນສົ່ງຈຸດສຸມ (ຄະນະຊີ້ນຳ), ເປັນປະທານວາລະປະຊຸມຄັ້ງທີ 13 ຂອງຄະນະຊີ້ນຳ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ, ຂ່ຳ​ນັບ​ຮັບ​ຕ້ອນ​ບັນ​ດາ​ວັນ​ບຸນ​ສຳ​ຄັນ​ຂອງ​ຊາດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 8 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງລັດກ່ຽວກັບ ບັນດາກິດຈະກຳ, ໂຄງການສຳຄັນແຫ່ງຊາດ, ໂຄງການຄົມມະນາຄົມຂົນສົ່ງຈຸດສຸມ (ຄະນະຊີ້ນຳ), ເປັນປະທານວາລະປະຊຸມຄັ້ງທີ 13 ຂອງຄະນະຊີ້ນຳ ເພື່ອແນໃສ່ກວດກາ, ກະຕຸກຊຸກຍູ້ວຽກງານຕ່າງໆ ພາຍຫຼັງກອງປະຊຸມຄັ້ງທີ 12 ແລະ ປຶກສາຫາລືກ່ຽວກັບມາດຕະການແກ້ໄຂ, ສືບຕໍ່ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຄົງຂ້າງ, ຊຸກຍູ້ຄວາມຄືບໜ້າບັນດາກິດຈະກຳ ແລະ ໂຄງການ. ໃນກອງປະຊຸມຄັ້ງທີ 12, ທ່ານນາຍົກລັດຖະມົນຕີ ໄດ້ມອບ 57 ໜ້າທີ່ໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ, ໃນນັ້ນ ສຸມໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງ, ຍູ້ໄວຄວາມຄືບໜ້າຜັນຂະຫຍາຍວຽກງານບຸກເບີກໜ້າພຽງ, ສະໜອງແຫຼ່ງວັດສະດຸກໍ່ສ້າງ, ໂດຍສະເພາະແມ່ນບັນດາໂຄງການຄົມມະນາຄົມຈຸດສຸມເຂດພາກໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ