ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຖະ​ຫວາຍດອກ​ໄມ້​ຢູ່​ອະ​ນຸ​ສາ​ວາ​ລີ​ປະ​ທານ​ໂຮ່​ຈີ​ມິນ ຢູ່​ນິວ​ເດ​ລີ

(VOVWORLD) - ເມື່ອຖະຫວາຍດອກໄມ້, ສະແດງຄວາມເຄົາລົບນັບຖື ແລະ ໄວ້ອາໄລປະທານໂຮ່ຈີມິນຢູ່ອະນຸສາວາລີປະທານໂຮ່ຈີມິນ ຢູ່ນະຄອນ ນິວເດລີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະປະຕິວັດງານໝັ້ນໝາຍຈະມານະພະຍາຍາມ, ສູ້ຊົນ ສືບຕໍ່ນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ຫວຽດນາມ - ອິນເດຍ ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຖະ​ຫວາຍດອກ​ໄມ້​ຢູ່​ອະ​ນຸ​ສາ​ວາ​ລີ​ປະ​ທານ​ໂຮ່​ຈີ​ມິນ ຢູ່​ນິວ​ເດ​ລີ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະປະຕິບັດງານ ໄດ້ໄປຖະຫວາຍດອກໄມ້ຢູ່ ອະນຸສາວາລີ ປະທານໂຮ່ຈີມິນ ຢູ່ ນິວເດລີ (ພາບ: VGP)

ໃນໂຄງການຢ້ຽມຢາມທາງລັດຖະກິດຢູ່ອິນເດຍ, ຕອນບ່າຍວັນທີ 31 ກໍລະກົດ, ຢູ່ນະຄອນຫຼວງ ນິວເດລີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະປະຕິບັດງານ ໄດ້ໄປຖະຫວາຍດອກໄມ້ຢູ່ ອະນຸສາວາລີ ປະທານໂຮ່ຈີມິນ, ເຂົ້າຮ່ວມການເປີດນຳໃຊ້ສຳນັກງານສະຖານທູດ ຫວຽດນາມ ປະຈຳ ອິນເດຍ ແລະ ພົບປະກັບພະນັກງານສະຖານທູດ, ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ອິນເດຍ.

ເມື່ອຖະຫວາຍດອກໄມ້, ສະແດງຄວາມເຄົາລົບນັບຖື ແລະ ໄວ້ອາໄລປະທານໂຮ່ຈີມິນຢູ່ອະນຸສາວາລີປະທານໂຮ່ຈີມິນ ຢູ່ນະຄອນ ນິວເດລີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະປະຕິວັດງານໝັ້ນໝາຍຈະມານະພະຍາຍາມ, ສູ້ຊົນ ສືບຕໍ່ນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ຫວຽດນາມ - ອິນເດຍ ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນກວ່າເກົ່າ; ເຮັດໃຫ້ການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງຊາດທີ່ໄດ້ຜ່ານຜ່າວິວັດການປະຫວັດສາດອັນຍາວນານກ່ວາ 2000 ປີຜ່ານມາໃຫ້ເລິກເຊິ່ງກ່ວາ, ໂດຍການນຳຜູ້ຍິ່ງໃຫຍ່ແມ່ນ ປະທານໂຮ່ຈີມິນ ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ Jawaharlal Nehru ສ້າງຕັ້ງ ແລະ ເພີ່ມພູນຄູນສ້າງ.

ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ເຂົ້າຮ່ວມພິທີເປີດນຳໃຊ້ສຳນັກງານສະຖານທູດ ຫວຽດນາມ ປະຈຳ ອິນເດຍ ຢູ່່ນະຄອນຫຼວງ ນິວເດີລີ ແລະ ພົບປະກັບພະນັກງານ, ລັດຖະກອນສະຖານທູດ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ