ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມສຸດຍອດການນຳຍິງ ອາຊຽນ ຄັ້ງທີ 3

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ບັນດາປະເທດ ອາຊຽນ ສຸມໃສ່ປະຕິບັດບັນດາມາດຕະການແກ້ໄຂຜ່ານ “3 ເພີ່ມທະວີ”
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມສຸດຍອດການນຳຍິງ ອາຊຽນ ຄັ້ງທີ 3 - ảnh 1 ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທາງອອນລາຍ
(ພາບ: TTXVN)

        ໂດຍຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ, ຕອນເຊົ້າວັນທີ 23 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທາງອອນລາຍກອງປະຊຸມສຸດຍອດການນຳຍິງ ອາຊຽນ ຄັ້ງທີ 3 ດ້ວຍຫົວຂໍ້ “ຊຸກຍູ້ພື້ນຖານເສດຖະກິດເບິ່ງແຍງ ແລະ ຄວາມສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງ ມຸ່ງໄປເຖິງປະຊາຄົມ ອາຊຽນ ຫຼັງປີ 2025”.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ບັນດາປະເທດ ອາຊຽນ ສຸມໃສ່ປະຕິບັດບັນດາມາດຕະການແກ້ໄຂຜ່ານ “3 ເພີ່ມທະວີ”, ລວມມີ: ເພີ່ມທະວີຄວາມຮັບຮູ້, ຈິນຕະນາການກ່ຽວກັບບົດບາດຂອງແມ່ຍິງ, ຊຸກຍູ້ບັນດານະໂຍບາຍຢ່າງແຮງກວ່າ ເພື່ອສົ່ງເສີມການເຂົ້າຮ່ວມຢ່າງສະເໝີພາບຂອງແມ່ຍິງໃນທຸກຂົງເຂດ, ຜ່ານນັ້ນ, ປະກອບສ່ວນຢ່າງມີປະສິດທິຜົນເຂົ້າພື້ນຖານເສດຖະກິດເບິ່ງແຍງ ແລະ ຄວາມສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງ ອາຊຽນ.

        ບັນດາປະເທດກໍ່ຕ້ອງເພີ່ມທະວີການລົງທຶນບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ບຳລຸງສ້າງອາຊີບໃຫ້ແກ່ຜູ້ອອກແຮງງານ, ເພີ່ມທະວີການລະດົມແຫຼ່ງກຳລັງຂອງທົ່ວສັງຄົມ, ດຶງດູດການລົງທຶນພາກເອກະຊົນ ແລະ ຖືການລົງທຶນພາກເອກະຊົນແມ່ນປັດໃຈສຳຄັນໃນຄວາມມານະພະຍາຍາມພັດທະນາພື້ນຖານເສດຖະກິດເບິ່ງແຍງ ແລະ ເພີ່ມທະວີການຮ່ວມມືປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານ.

ຕອບກັບ

ຂ່າວ/ບົດ​ອື່ນ