ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມທາງໄກກ່ຽວກັບການລົງທຶນຈາກຕ່າງປະເທດ

(VOVWORLD) - ການນຳລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ພ້ອມກັບປະຊາຄົມວິສາຫະກິດ ລົງທຶນຕ່າງປະເທດໄດ້ຕີລາຄາສູງຜົນກະທົບຂອງສະພາບການເສດຖະກິດໂລກ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມທາງໄກກ່ຽວກັບການລົງທຶນຈາກຕ່າງປະເທດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ:VOV)

ຕອນເຊົ້າວັນທີ 22 ເມສາ, ຈາກຫ້ອງວ່າການສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມທາງໄກ ນາຍົກລັດຖະມົນຕີ ພົບປະກັບບັນດານັກລົງທຶນຕ່າງປະເທດ, ດ້ວຍ 63 ສະຖານທີ່ຢູ່ທ້ອງຖິ່ນ ແລະ ປະມານ 80 ສະຖານທີ່ຢູ່ຕ່າງປະເທດ.

ກອງປະຊຸມເພື່ອແນໃສ່ໂຄສະນາສານຂອງຜູ້ນຳໜ້າລັດຖະບານ ໂດຍຢັ້ງຢືນແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດສຳລັບເຂດລົງທຶນຈາກຕ່າງປະເທດ. ທີ່ກອງປະຊຸມ, ການນຳລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ພ້ອມກັບປະຊາຄົມວິສາຫະກິດ ລົງທຶນຕ່າງປະເທດໄດ້ຕີລາຄາສູງຜົນກະທົບຂອງສະພາບການເສດຖະກິດໂລກ ແລະ ພາຍໃນປະເທດຕໍ່ການລົງທຶນ, ການເຄື່ອນໄຫວດຳເນີນທຸລະກິດຂອງວິສາຫະກິດ; ຮັບຮູ້ກາລະໂອກາດ, ສິ່ງທ້າທາຍ, ຄວາມຫຍຸ້ງຍາກເພື່ອມີມາດຕະການ, ນະໂຍບາຍເປັນເຈົ້າການຮັບມື ເພື່ອແນໃສ່ແກ້ໄຂສິ່ງຕິດຂັດ ແລະ ກຳແໜ້ນກາລະໂອກາດຮ່ວມມືລົງທຶນໃນສະພາບການໃໝ່ຢ່າງທັນການ. ພ້ອມກັນນັ້ນ, ກອງປະຊຸມຢັ້ງຢືນກ່ຽວກັບ ຫວຽດນາມ ທີ່ໜ້າໄວ້ເນື້ອເຊື່ອໃຈ, ຮ່ວມເດີນທາງແກ້ໄຂຄວາມຫຍຸ້ງຍາກ, ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດດຳເນີນທຸລະກິດຢ່າງມີປະສິດທິດຜົນ. ກອງປະຊຸມກໍ່ເພື່ອແນໃສ່ກວດກາການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ສະເໝີຕົ້ນສະເໝີປາຍ ໃນການປະຕິບັດນະໂຍບາຍ; ມີມາດຕະການຢ່າງມີໄຫວພິບເພື່ອຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມທາງໄກກ່ຽວກັບການລົງທຶນຈາກຕ່າງປະເທດ - ảnh 2ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມແບບເຊິ່ງໜ້າ
(ພາບ: VOV)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເປັນພິເສດ ແລະ ກຳນົດແຈ້ງເຂດເສດຖະກິດມີເງິນລົງທຶນຕ່າງປະເທດ (FDI) ແມ່ນພາກສ່ວນສຳຄັນຂອງພື້ນຖານເສດຖະກິດ ຫວຽດນາມ, ໄດ້ສົ່ງເສີມ, ສ້າງເງື່ອນໄຂພັດທະນາຍາວນານ, ຮ່ວມມື ແລະ ແກ່ງແຍ້ງຢ່າງປອດໄສ ກັບບັນດາພາກພື້ນເສດຖະກິດອື່ນ, ທ່ານກ່າວວ່າ:

“ສະພາບການໂລກ, ພາກພື້ນສືບຕໍ່ມີການຜັນແປໄວສັບສົນ, ຍາກທີ່ຄາດຄະເນລ່ວງໜ້າໄດ້, ສົ່ງຜົນກະທົບເຖິງຫຼາຍຂົງເຂດຄື: ເສດຖະກິດ, ການເມືອງ, ສັງຄົມ, ພິເສດແມ່ນການເຄື່ອນໄຫວລົງທຶນຕ່າງປະເທດ. ພິເສດ, ເລື່ອງອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ມີແຜນການນຳໃຊ້ພາສີອາກອນພື້ນຖານທົ່ວໂລກແຕ່ປີ 2024 ຈະສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງເຖິງການລົງທຶນຕ່າງປະເທດກໍ່ຄືການດຶງດູດເງິນລົງທຶນຈາກຕ່າງປະເທດຂອງບັນດາປະເທດໃນພາກພື້ນ. ໃນສະພາບການນັ້ນ, ໄປຄຽງຄູ່ກັບການຢຶດໝັ້ນບັນດາບັນຫາມີລັກສະນະຫຼັກການ, ເລື່ອງຮັບມືຢ່າງມີໄຫວພິບ, ປອດໄພ, ມີຫົວຄິດປະດິດສ້າງ, ຮັບມືກັບນະໂຍບາຍຢ່າງທັນການ, ມີປະສິດທິຜົນສຳລັບບັນດາບັນຫາລະອຽດ ກ່ຽວກັບການລົງທຶນຈາກຕ່າງປະເທດແມ່ນສຳຄັນທີ່ສຸດ,ມີລັກສະນະຕັດສິນສຳລັບທັງການບໍລິຫານປະເທດຊາດ ແລະ ບໍລິຫານວິສາຫະກິດ.”

ຕອບກັບ

ຂ່າວ/ບົດ​ອື່ນ