ທ່ານນາຍົກລັດຖະມົນຕີ ຟ້າມ​ມິງ​ຈິງ ເປັນປະທານກອງປະຊຸມຜັນຂະຫຍາຍແຜນຮ່າງລົງທຶນເສັ້ນທາງລົດໄຟຄວາມໄວສູງ ເຫນືອ - ໃຕ້

(VOVWORLD) - ຕອນເຊົ້າວັນທີ 11 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມຜູ້ປະຈຳການລັດຖະບານ ກັບບັນດາກະຊວງ, ຂະແຫນງການກ່ຽວກັບແຜນຮ່າງລົງທຶນກໍ່ສ້າງເສັ້ນທາງລົດໄຟຄວາມໄຫວສູງ ເຫນືອ - ໃຕ້.
 ທ່ານນາຍົກລັດຖະມົນຕີ ຟ້າມ​ມິງ​ຈິງ ເປັນປະທານກອງປະຊຸມຜັນຂະຫຍາຍແຜນຮ່າງລົງທຶນເສັ້ນທາງລົດໄຟຄວາມໄວສູງ ເຫນືອ - ໃຕ້ - ảnh 1 ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມ. ພາບ: VOV

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຢືນຢັນ: ເລື່ອງສ້າງແຜນຮ່າງ ແມ່ນອີງໃສ່ຄວາມຮຽກຮ້ອງຂອງພຶດຕິກຳຕົວຈິງ ເມື່ອຄວາມຕ້ອງການຂອງການຂົນສົ່ງນັບມື້ນັບເພີ່ມຂຶ້ນ. ເລື່ອງພັດທະນາຄົມມະນາຄົມ, ໃນນັ້ນ ມີທາງລົດໄຟຄວາມໄວສູງ ເຫນືອ - ໃຕ້ ຈະຫລຸດຜ່ອນ logistics, ຫລຸດລາຄາ ແລະ ເພີ່ມກຳລັງແກ້ງແຍ່ງດ້ານສິນຄ້າ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແຫນງການກ່ຽວຂ້ອງ ຮັບເອົາຄຳເຫັນຈາກບັນດາກະຊວງ, ອົງການເຂົ້າຮ່ວມກອງປະຊຸມ ແລະ ຜູ້ຊ່ຽວຊານ, ນັກວິທະຍາສາດ, ບົດຮຽນຈາກສາກົນທີ່ເໝາະສົມ, ສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນກວ່າອີກ, ປະຕິບັດຢ່າງຮີບດ່ວນກ່ວາອີກໃນການປັບປຸງແຜນຮ່າງໃຫ້ສຳເລັດໂດຍໄວ.

ເສັ້ນທາງລົດໄຟຄວາມໄວສູງ ເຫນືອ -ໃຕ້ ມີລວງຍາວປະມານ 1.540 ກິໂລແມັດ, ໄປຜ່ານ 20 ແຂວງ, ນະຄອນ ຂຶ້ນກັບສູນກາງ, ຜັນຂະຫຍາຍໃນຮອບເວລາ 10 ປີ ແຕ່ປີ 2025 – 2035 ດ້ວຍຍອດເງິນລົງທຶນປະມານ 67 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ