ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ - ສັງ​ຄົມ​ຢູ່​ບັນ​ດາ​ແຂວງ​ເຂດ​ໄຕ​ງວຽນ

(VOVWORLD) - ຕອນເຊົ້າວັນທີ 25 ສິງຫາ, ຢູ່ນະຄອນ ດ່າລາດ, ແຂວງເລິມດົງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຮັບໃຊ້ການພັດທະນາເສດຖະກິດ - ສັງຄົມບັນດາແຂວງເຂດໄຕງວຽນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ - ສັງ​ຄົມ​ຢູ່​ບັນ​ດາ​ແຂວງ​ເຂດ​ໄຕ​ງວຽນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ໄຕງວຽນແມ່ນສະຖານທີ່ຍຸດທະສາດສຳຄັນພິເສດກ່ຽວກັບເສດຖະກິດ, ການເມືອງ, ຄວາມໝັ້ນຄົງ, ການປ້ອງກັນຊາດ ແລະ ສິ່ງແວດລ້ອມຊີວະພາບຂອງປະເທດຊາດ. ດັ່ງນັ້ນ, ເພື່ອສ້າງພື້ນຖານຢ່າງໝັ້ນແກ່ນພັດທະນາໄຕງວຽນສົມກັບບົດບາດ, ຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ປັບປຸງ ສີສັນວັດທະນະທຳ, ຍົກສູງຊີວິດດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງກຳນົດຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ ແມ່ນໜ້າທີ່ສຳຄັນ, ຮີບດ່ວນ, ເປັນປະຈຳ, ຍາວນານ ແລະ ແມ່ນຄວາມຮັບຜິດຊອບຂອງທົ່ວລະບົບການເມືອງ, ປະຊາຊົນໝົດທຸກຄົນ.

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຢາກຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢ່າງໝັ້ນແກ່ນ ປະຊາຊົນຕ້ອງມີຊີວິດທີ່ອີ່ມໜຳສຳລານ ສົມບູນພູມສຸກ; ສິ່ງລັກແຫຼ່ງຂອງການປົກປັກຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍແມ່ນຊີວິດດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັກ; ກຳລັງແຮງຂອງການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍແມ່ນກຳລັງຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ