ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ລັດເຊຍ Dmitry Chernyshenko

(VOVWORLD) -ທ່ານນາຍົກລັດຖະມົນຕີສະເໜີໃຫ້ສອງປະເທດຊຸກຍູ້ການຮ່ວມມືໃນຂົງເຂດໃໝ່, ຄື: ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ…
ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ລັດເຊຍ Dmitry Chernyshenko - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ລັດເຊຍ Dmitry Chernyshenko
(ພາບ: TTXVN)

ຕອນຄ່ຳວັນທີ 06 ເມສາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ໄດ້ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ລັດເຊຍ Dmitry Chernyshenko.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ເນັ້ນໜັກວ່າ ຫວຽດນາມ ສະເໝີຕົ້ນສະເໝີປາຍປະຕິບັດແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ເປັນເພື່ອນຜູ້ທີ່ດີ, ຄູ່ຮ່ວມມືມີຄວາມໄວ້ເນື້ອເຊື່ອໃຈຂອງບັນດາປະເທດ, ເປັນສະມາຊິກມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນ. ທ່ານນາຍົກລັດຖະມົນຕີຢືນຢັນວ່າ ຫວຽດນາມ ເຄົາລົບສາຍພົວພັນມິດຕະພາບອັນດີງາມກັບ ລັດເຊຍ ໃນຊຸມປີປະສົບກັບຄວາມຫຍຸ້ງຍາກ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ສອງປະເທດຊຸກຍູ້ການຮ່ວມມືໃນຂົງເຂດໃໝ່, ຄື: ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ… ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ ລັດເຊຍ ສືບຕໍ່ສ້າງຄວາມສະດວກໃຫ້ແກ່ຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນຢູ່ ລັດເຊຍ.

ສ່ວນທ່ານຮອງນາຍົກລັດຖະມົນຕີ Dmitry Chernyshenko ຢືນຢັນເລື່ອງຖື ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້; ແບ່ງປັນທັດສະນະຂອງ ຫວຽດນາມ ກ່ຽວກັບບັນດາປະເທດເຄົາລົບກົດໝາຍສາກົນ, ກົດບັດຂອງສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ