ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມກອງປະຊຸມສຸດຍອດການຄ້າບໍລິການທົ່ວໂລກ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສສຳຄັນທີ່ກອງປະຊຸມສຸດຍອດການຄ້າບໍລິການທົ່ວໂລກປີ 2021 ຕາມຮູບການອັດເທບວີດີໂອ.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມກອງປະຊຸມສຸດຍອດການຄ້າບໍລິການທົ່ວໂລກ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ
(ພາບ: TTXVN)

ໂດຍໄດ້ຮັບຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຈີນ, ທ່ານປະທານປະເທດແຫ່ງສ.ຈີນ ສີຈີ້ນຜິງ, ວັນທີ 02 ກັນຍາ (ຕາມເວລາຫວຽດນາມ), ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສສຳຄັນທີ່ກອງປະຊຸມສຸດຍອດການຄ້າບໍລິການທົ່ວໂລກປີ 2021 ຕາມຮູບການອັດເທບວີດີໂອ.

ນີ້ແມ່ນການເຄື່ອນໄຫວທາງການໃນຂອບເຂດງານຕະຫຼາດນັດການຄ້າບໍລິການສາກົນຈີນ ປີ 2021 ໂດຍກະຊວງການຄ້າຈີນ ແລະ ອຳນາດການປົກຄອງນະຄອນ ປັກກິງ, ຈີນ ຮ່ວມຈັດຕັ້ງໃນລະຫວ່າງວັນທີ 02 – 07 ກັນຍາ 2021.

ຕອບກັບ

ຂ່າວ/ບົດ​ອື່ນ