ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຮັດວຽກກັບ 63 ແຂວງ, ນະຄອນ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີວ່າ, ໂດຍອີງໃສ່ສະພາບການຕົວຈິງໃນປະຈຸບັນ, ບັນດາທ້ອງຖີ່ນຍົກອອກມາດຕະການແກ້ໄຂໃຫ້ເໝາະສົມເພື່ອຈັດຕັ້ງການປະຕິບັດຢ່າງມີປະສິດທິຜົນ.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຮັດວຽກກັບ 63 ແຂວງ, ນະຄອນ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ມີການເຮັດວຽກທາງອອນລາຍກັບ 63 ແຂວງນະຄອນ
(ພາບ: VTV)

ຕອນບ່າຍວັນທີ 02 ກໍລະກົດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ມີການເຮັດວຽກທາງອອນລາຍກັບ 63 ແຂວງນະຄອນ, ຕີລາຄາສະພາບການເສດຖະກິດສັງຄົມໄລຍະ 6 ເດືອນຕົ້ນປີ ແລະ ທິດທາງ, ໜ້າທີ່, ມາດຕະການແກ້ໄຂໃນໄລຍະ 6 ເດືອນທ້າຍປີ 2021, ເພື່ອແນໃສ່ຮັບປະກັນການປະຕິບັດເປົ້າໝາຍຄວບຄູ່ແມ່ນ ທັງປ້ອງກັນ, ຕ້ານໂລກລະບາດ ທັງພັດທະນາເສດຖະກິດສັງຄົມ.

        ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີວ່າ, ໂດຍອີງໃສ່ສະພາບການຕົວຈິງໃນປະຈຸບັນ, ບັນດາທ້ອງຖີ່ນຍົກອອກມາດຕະການແກ້ໄຂໃຫ້ເໝາະສົມເພື່ອຈັດຕັ້ງການປະຕິບັດຢ່າງມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ການນຳບັນດາທ້ອງຖິ່ນກຳແໜ້ນເນື້ອໃນຈິດໃຈຄິດຈິງ, ເວົ້າຈິງ, ເຮັດຈິງ, ບັນລຸປະສິດທິຜົນຢ່າງແທ້ຈິງ ເພື່ອຕີລາຄາທຸກສະພາບການໃນໄລຍະ 6 ເດືອນຜ່ານມາ, ບົນຈິດໃຈນັ້ນ ລັດຖະບານຈະພ້ອມກັບບັນດາທ້ອງຖິ່ນຫັນໂຄງການເຄື່ອນໄຫວຂອງລັດຖະບານເປັນລະອຽດ ເພື່ອປະຕິບັດຄືແນວໃດໃຫ້ບັນລຸປະສິດທິຜົນໃນຊຸມເດືອນຈະມາເຖິງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ