ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງພາຍໃນ ທັງເປັນລັດຖະມົນຕີກະຊວງກົດໝາຍ ສິງກະໂປ Shanmugam

(VOVWORLD) -ລັດຖະບານຫວຽດນາມ ຍາມໃດກໍສະໜັບສະໜູນ ແລະ ສ້າງເງື່ອນໄຂໃຫ້ກະຊວງພາຍໃນສິງກະໂປ ແລະ ກະຊວງຕໍາຫຼວດຫວຽດນາມ ເພີ່ມທະວີການພົວພັນຮ່ວມມືໃນບັນດາຂົງເຂດທີ່ກ່ຽວຂ້ອງ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງພາຍໃນ ທັງເປັນລັດຖະມົນຕີກະຊວງກົດໝາຍ ສິງກະໂປ Shanmugam - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງພາຍໃນ ທັງເປັນລັດຖະມົນຕີກະຊວງກົດໝາຍ ສິງກະໂປ Shanmugam (ພາບ: TTXVN)

ທີ່ການຕ້ອນຮັບ ທ່ານ Shanmugam ລັດຖະມົນຕີກະຊວງພາຍໃນ ທັງເປັນລັດຖະມົນຕີກະຊວງກົດໝາຍ ສິງກະໂປ  ເຊິ່ງຖືກດໍາເນີນໃນບ່າຍວັນທີ 06 ທັນວາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ຫວຽດນາມ ແລະ ສິງກະໂປ ແມ່ນສອງປະເທດທີ່ມີການພົວພັນຄູ່ຮ່ວມມືຍຸດທະສາດ; ສອງຝ່າຍພວມເປີດກວ້າງການຮ່ວມມືໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ, ລັດຖະບານຫວຽດນາມ ຍາມໃດກໍສະໜັບສະໜູນ ແລະ ສ້າງເງື່ອນໄຂໃຫ້ກະຊວງພາຍໃນສິງກະໂປ ແລະ ກະຊວງຕໍາຫຼວດຫວຽດນາມ ເພີ່ມທະວີການພົວພັນຮ່ວມມືໃນບັນດາຂົງເຂດທີ່ກ່ຽວຂ້ອງ. ບົນພື້ນຖານບັນດາຜົນງານຮ່ວມມືລະຫວ່າງສອງປະເທດທີ່ບັນລຸໄດ້, ໄລຍະຈະມາເຖິງ, ສອງກະຊວງຄວນເພີ່ມທະວີການປຶກສາຫາລືເຊິ່ງກັນ ແລະການໃນການແກ້ໄຂບັນດາບັນຫາ ຕ່າງຝ່າຍຕ່າງມີຄວາມສົນໃຈ ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງສອງປະເທດ ກໍຄືໃນພາກພື້ນ.

        ກ່ຽວກັບຂົງເຂດຕໍ່ສູ້, ປ້ອງກັນ, ຕ້ານອາດຊະຍາກໍາ, ທ່ານນາຍົກລັດຖະມົນຕີສະເໜີ ສອງຝ່າຍຮັກສາບັນດາກົນໄກຮ່ວມມື ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນໃນການສືບສວນອາດຊະຍາກໍາ ທີ່ມີການກ່ຽວຂ້ອງເຖິງສອງປະເທດ.

        ສ່ວນທ່ານລັດຖະມົນຕີ Shanmugam ສະແດງຄວາມປາດຖະໜາວ່າ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສືບຕໍ່ສະໜັບສະໜູນ, ສ້າງເງື່ອນໄຂສະດວກໃຫ້ແກ່ການຮ່ວມມື ລະຫວ່າງສອງກະຊວງໃນວຽກງານສ້າງກົດໝາຍ ແລະ ປ້ອງກັນ, ຕ້ານອາດຊະຍາກໍາ. 

ຕອບກັບ

ຂ່າວ/ບົດ​ອື່ນ