ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ລາຊະອານາຈັກ ແບນຊິກ

(VOVWORLD) - ຕອນບ່າຍວັນທີ 23 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Paul Jansen ເອກອັກຄະລັດຖະທູດ ລາຊະອານາຈັກ ແບນຊິກ ເຂົ້າຢ້ຽມຂ່ຳນັບຕາມພິທີການທູດ ເນື່ອງໃນໂອກາດຮັບໜ້າທີ່ປະຕິບັດງານຢູ່ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ລາຊະອານາຈັກ ແບນຊິກ - ảnh 1 ທີ່ການຕ້ອນຮັບ (ພາບ: VGP)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ ການພົວພັນລະຫວ່າງ ຫວຽດນາມ ແລະ ແບນຊິກ ໃນໄລຍະຜ່ານມາ ໄດ້ມີບັນດາບາດກ້າວເດີນພັດທະນາອັນດີງາມ. ສິ່ງດັ່ງກ່າວໄດ້ສະແດງອອກຜ່ານຕົວເລກກ່ຽວກັບວົງເງິນການຄ້າ 2 ສົ້ນບັນລຸ 2,3 ຕື້ USD ໃນ 10 ເດືອນຕົ້ນປີ 2018, ກໍ່ຄືຈຳນວນວິສາຫະກິດ ແບນຊິກ ພວມລົງທຶນຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ຕັ້ງໜ້າກະກຽມໃຫ້ແກ່ສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ອີຢູ, ແລະ ປາດຖະໜາວ່າ ແບນຊິກ ຈະມີການສະໜັບສະໜູນ ເພື່ອໃຫ້ ອີຢູ ລົງນານ ແລະ ໃຫ້ສັດຕະຍາບັນສັນຍາສຳຄັນສະບັບນີ້ຢ່າງເປັນທາງການໂດຍໄວ.

        ສ່ວນທ່ານ Paul Jansen ເອກອັກຄະລັດຖະທູດ ລາຊະອານາຈັກ ແບນຊິກ ໃຫ້ຮູ້ວ່າ: ບັນດາວິສາຫະກິດ ແບນຊິກ ປາດຖະໜາວ່າ ຈະໄດ້ຮັບການສ້າງເງື່ອນໄຂ ເພື່ອສືບຕໍ່ເປີດກ້ວາງການລົງທຶນ ກໍ່ຄືຊອກຫາກາລະໂອກາດໃໝ່ຢູ່ຕະຫລາດ ຫວຽດນາມ, ພ້ອມທັງ ສະເໜີລັດຖະບານ ຈະຍົກເວັ້ນວິຊາໃຫ້ແກ່ພົນລະເມືອງ ແບນຊິກ ມາ ຫວຽດນາມ ເພື່ອປະກອບສ່ວນຊຸກຍູ້ການທ່ອງທ່ຽວ, ພົວພັນແລກປ່ຽນວັດທະນະທຳ.

ຕອບກັບ

ຂ່າວ/ບົດ​ອື່ນ