ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟ​ຸກ ພົບ​ປະກັບ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ ມຽນ​ມາ

(VOVWORLD) - ຕອນເຊົ້າວັນທີ 17 ທັນວາ, ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຢ່າງເປັນທາງການໄດ້ຈັດຂຶ້ນ ຢູ່ ທຳນຽບປະທານາທິບໍດີ ມຽນມາ ດ້ວຍພິທີການສູງສຸດທີ່ສະຫງວຽນໃຫ້ແກ່ການຢ້ຽມຢາມຢ່າງເປັນທາງການຂອງການນຳ ລັດຖະບານ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟ​ຸກ ພົບ​ປະກັບ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ ມຽນ​ມາ - ảnh 1ທ່ານ U Win Myint ປະທານາທິບໍດີ ມຽນມາ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ 

ທີ່ການພົບປະເຈລະຈາ ກັບທ່ານ U Win Myint ປະທານາທິບໍດີ ມຽນມາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນທີ່ສຸດ ແລະ ຍາມໃດກໍ່ປາດຖະໜາຢາກເພີ່ມທະວີການພົວພັນກັບ ມຽນມາ. ສ່ວນທ່ານ U Win Myint ໄດ້ສະໜັບສະໜູນການຍູ້ແຮງການຮ່ວມມືໃນບັນດາຊ່ອງທາງທັງໝົດ, ນັບທັງທາງຝ່າຍ ພັກ ແລະ ສະພາແຫ່ງຊາດ, ແລະ ໃນຫຼາຍຂົງເຂດ, ມານະພາຍາຍາມບັນລຸໄດ້ຜົນສຳເລັດທີ່ມີຄວາມໝາຍສຳຄັນຫຼາຍຢ່າງ ແລະ ແທດຈິງ, ມຸ່ງໄປສູ່ການສະເຫຼີມສະຫຼອງ 45 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດໃນປີ 2020. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກໄດ້ສະເໜີໃຫ້ ທ່ານປະທານາທິບໍດີ U Win Myint ສືບຕໍ່ຊີ້ນຳ, ຕອບສະໜອງບັນດາຄວາມມຸ່ງມາດປາດຖະໜາທີ່ຊອບທຳຂອງວິສາຫະກິດ ຫວຽດນາມ ທີ່ພວມມີການລົງທຶນຢູ່ ມຽນມາ.

ກ່ຽວກັບບັນດາບັນຫາຢູ່ພາກພື້ນ ແລະ ສາກົນ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບສະໜັບສະໜູນກັນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ. ກ່ຽວກັບບັນຫາທະເລຕາເວັນອອກ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບວ່າ ໂດຍເປັນສະມາຊິກຂອງ ອາຊຽນ, ຫວຽດນາມ ແລະ ມຽນມາພ້ອມກັບບັນດາປະເທດອາຊຽນຄວນສືບຕໍ່ສະໜັບສະໜູນຫຼັກໝັ້ນລວມຂອງອາຊຽນ ກ່ຽວກັບບັນຫາ ທະເລຕາເວັນອອກ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.

ແລະ ກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ພົບປະກັບທ່ານປະທານສະພາແຫ່ງຊາດມຽນມາ T Khun Myat.

ຕອບກັບ

ຂ່າວ/ບົດ​ອື່ນ