ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເດີນທາງເຂົ້າຮ່ວມເວທີປາໄສຂັ້ນສູງຮ່ວມມື “ໜຶ່ງແລວທາງໜຶ່ງເສັ້ນທາງ”

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດແຫ່ງສາທາລະນະລັດປະຊາຊົນ ຈີນ ສີຈິ້ນຜິງ

ຕອນເຊົ້າວັນທີ 25 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ອອກຈາກ ຮ່າໂນ້ຍ, ເດີນທາງໄປນະຄອນຫລວງ ປັກກິ່ງ, ຈີນ ເຂົ້າຮ່ວມເວທີປາໄສຂັ້ນສູງຮ່ວມມື “ໜຶ່ງແລວທາງໜຶ່ງເສັ້ນທາງ” ໃນລະຫວ່າງວັນທີ 25 – 27 ເມສາ 2019.

        ການເຂົ້າຮ່ວມເວທີປາໄສຮ່ວມມືສາກົນ “ໜຶ່ງແລວທາງໜຶ່ງເສັ້ນທາງ” ຄັ້ງທີ 2 ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ດຳເນີນໄປໃນສະພາບທີ່ການພົວພັນລະຫວ່າງ 2 ປະເທດສືບຕໍ່ຮັກສາທ່າພັດທະນາເປັນປົກກະຕິ ແລະ ບັນລຸໄດ້ບັນດາບາດກ້າວໃໝ່, ຕັ້ງໜ້າ.

 

ຕອບກັບ

ຂ່າວ/ບົດ​ອື່ນ