ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດສັງຄົມ

(VOVWORLD) - ຕອນເຊົ້າວັນທີ 19 ມັງກອນ, ທີ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມຄັ້ງທີ 2 ຂອງອະນຸ ກຳມະການເສດຖະກິດສັງຄົມ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ຫົວໜ້າອະນຸກຳມະການ. 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດສັງຄົມ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດສັງຄົມ

ນີ້ແມ່ນກອງປະຊຸມ ເພື່ອແນໃສ່ຕີລາຄາຄືນໃໝ່ບັນດາໜ້າທີ່ໄດ້ຜັນຂະຫຍາຍ ແລະ ຍົກອອກໃຫ້ແຜນການປະຕິບັດບັນດາໜ້າທີ່ໃນໄລຍະຈະມາເຖິງ.

        ໜ້າທີ່ສຳຄັນຂອງອະນຸກຳມະການເສດຖະກິດສັງຄົມແມ່ນສ້າງເອກະສານ 2 ສະບັບລວມມີ: ຍຸດທະສາດພັດທະນາເສດຖະກິດ - ສັງຄົມໄລຍະ 10 ປີ 2021 – 2030 ແລະ ແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີ 2021 – 2025 ເພື່ອຮັບໃຊ້ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງບັນດາສະມາຊິກຂອງອະນຸກຳມະການໄດ້ປະຕິບັດບັນດາໜ້າທີ່ທີ່ໄດ້ວາງອອກໃນກອງປະຊຸມຄັ້ງທີ 1 ຂອງອະນຸກຳມະການເມື່ອເດືອນ ພະຈິກ ເປັນຢ່າງດີ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຍົກອອກມາ 2 ໄລຍະເວລາສຳຄັນເຊິ່ງອະນຸກຳມະການຕ້ອງໃສ່ໃຈ, ທີ 1 ແມ່ນລາຍງານຕໍ່ກອງປະຊຸມສູນກາງພັກເທື່ອທີ 10 ເຊິ່ງຈະຈັດຕັ້ງໃນເດືອນ ພຶດສະພາ 2019 ເພື່ອໃຫ້ສູນກາງປະກອບຄຳເຫັນໃສ່ໂຄງຮ່າງລະອຽດ; ທີ 2 ແມ່ນລາຍງານຕໍ່ກອງປະຊຸມສູນກາງພັກເທື່ອທີ 11 ເຊິ່ງຈະຈັດຕັ້ງໃນເດືອນ ຕຸລາ 2019 ເພື່ອໃຫ້ສູນກາງປະກອບຄຳເຫັນໃສ່ຮ່າງເອກະສານ ເພື່ອໃຫ້ສົມບູນແລ້ວສົ່ງເຖິງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນປະກອບຄຳເຫັນ.

ຕອບກັບ

ຂ່າວ/ບົດ​ອື່ນ