ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເລີ່ມຕົ້ນການຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການ

(VOVWORLD) -8 ໂມງເຊົ້າວັນທີ 12 ມີນາ (ຕາມເວລາ ຫວຽດນາມ) ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍານຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປເຖິງສະໜາມບິນສາກົນ Auckland ນິວຊີແລນ ເລີ່ມຕົ້ນການຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການແຕ່ວັນທີ 11 – 14 ມີນາ 2018.

ຕາມລາຍການການຢ້ຽມຢາມ, ຕາມເວລາທ້ອງຖິ່ນ, ໃນຕອນທ່ຽງວັນທີ 13 ມີນາ, ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ຈະເປັນເຈົ້າພາບພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະມີການພົບປະກັບທ່ານປະທານສະພາແຫ່ງຊາດ ນິວຊີແລນ Travor Mallard. ໃນຕອນບ່າຍວັນທີ 12 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບຜູ້ວ່າການລັດ Auckland ທ່ານ Phil Goff; ພົບປະສັງສັນກັບຊາວ ຫວຽດນາມ ອາໄສຢູ່ ນິວຊີແລນ.

ຕອບກັບ

ຂ່າວ/ບົດ​ອື່ນ