ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບກະຊວງປ້ອງກັນປະເທດ

(VOVWORLD) - ຕອນເຊົ້າວັນທີ 29 ພະຈິກ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຮັດວຽກກັບກະຊວງປ້ອງກັນປະເທດ ຫວຽດນາມ. 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບກະຊວງປ້ອງກັນປະເທດ - ảnh 1ທີ່ການເຮັດວຽກ 

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ພັກ, ລັດຍາມໃດກໍ່ເອົາໃຈໃສ່, ສ້າງກອງທັບໃຫ້ເປັນກອງທັບຫລວງ, ທັນສະໄໝເທື່ອລະກ້າວ; ສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ກອງທັບມີຄວາມອຸ່ນອ່ຽນໃຈປະຕິບັດວຽກງານຝຶກຊ້ອມ, ກຽມພ້ອມສູ້ຮົບ, ປະຕິບັດໜ້າທີ່ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບຂອງປະເທດຊາດເປັນຢ່າງດີ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ຂົງເຂດປ້ອງກັນຊາດມີບົດບາດສຳຄັນໃນການປົກປັກຮັກສາປະເທດຊາດ, ກ້າວຂຶ້ນສັງຄົມນິຍົມ, ເປັນຕົ້ນແມ່ນໃນສະພາບການໂລກສັບສົນຄືປັດຈຸບັນ. ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກຳລັງກອງທັບຄວນມີສະຕິລະວັງຕົວສູງຕໍ່ທຸກກົນອຸບາຍມ້າງທຳລາຍຂອງບັນດາອິດທິກຳລັງເປັນປໍລະປັກ, ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງປະເທດໄວ້ໃຫ້ໝັ້ນຄົງ, ປະກອບສ່ວນເຂົ້າກິດຈະການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ສົມກັບໜ້າທີ່ຄວາມຮັບຜິດຊອບເຊິ່ງພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້.

ຕອບກັບ

ຂ່າວ/ບົດ​ອື່ນ