ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟ​ຸກ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ອະ​ນຸ​ກຳ​ມະ​ການ​ເສດ​ຖະ​ກິດ - ສັງ​ຄົມ

(VOVWORLD) - ຕອນເຊົ້າວັນທີ 1 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ຫົວໜ້າອະນຸກຳມະການ ເສດຖະກິດ - ສັງຄົມກະກຽມໃຫ້ກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ XIII ຂອງພັກ, ໄດ້ເປັນປະທານກອງປະຊຸມປະຈຳປີ ອະນຸກຳມະການ, ຮັບຟັງກຸ່ມບັນນາທິການລາຍງານການປະຕິບັດສຳເລັດບັນດາຮ່າງເອກະສານ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟ​ຸກ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ອະ​ນຸ​ກຳ​ມະ​ການ​ເສດ​ຖະ​ກິດ - ສັງ​ຄົມ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN) 

ທ່ານນາຍົກລັດຖະມົນຕີໄດ້ຊີ້ນຳວ່າ ບັນດາຮ່າງບົດລາຍງານຕ້ອງມີການອັບເດັດສະພາບການເສດຖະກິດ ສັງຄົມ 9 ເດືອນ,  ຄວາມເປັນໄປໄດ້ໃນ ການເຕີບໂຕໄລຍະໝົດປີແມ່ນແຕ່ 6,9% ຫາ 7%. ສ່ວນລະດັບການເຕີບໂຕ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກຸ່ມບັນນາທິການອັບເດັດກ່ຽວກັບສະພາບການໂລກເຊິ່ງນັບມື້ນັບສັບສົມຂຶ້ນເຕື່ມ, ກໍ່ຜົນກະທົບຕໍ່ພາຍໃນປະເທດ ແລະ ຮຽກຮ້ອງໃຫ້ ກຸ່ມບັນນາທິການຕ້ອງເຮັດໃຫ້ແຈ້ງບັນດາຜົນກະທົບນີ້ສຳລັບເປົ້າໝາຍສູ້ຊົນ ເຕີບໂຕ.

        ສ່ວນ ບາດກ້າວບຸກທະລຸ, ທ່ານນາຍົກລັດຖະມົນຕີ ຖືວ່າ ຄວາມບຸກທະລຸກ່ຽວກັບລະບອບນະໂຍບາຍຍັງຄົງແມ່ນບັນຫາທີ່ຈຳເປັນ ແລະ ຕ້ອງສືບຕໍ່ ປະຕິບັດໃນໄລຍະຈະມາເຖິງ. ດ້ວຍວິທີການສະເໜີເພີ່ມເຕີມບັນດາບາດກ້າວບຸກທະລຸຍຸດທະສາດ ຕ້ອງມີການ ອະພິປາຍຢ່າງລະອຽດ, ຍົກໃຫ້ເຫັນໄດ້ຜົນກະທົບຂອງບັນດາປັດໄຈໃໝ່ສຳລັບການປ່ຽນແປງໃໝ່ກ່ຽວກັບ ຈິນຕະນາການຢ່າງແຮງ, ບຸກທະລຸໃນການຄິດ, ວິທີການເຮັດວຽກ. ສ່ວນໜ້າທີ່, ວິທີການແກ້ໄຂ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ກຸ່ມບັນນາທິການຕ້ອງສຳເລັດບັນດາວິທີການແກ້ໄຂດ້ວຍບັນດາເນື້ອໃນທີ່ພົ້ນເດັ່ນ, ບັນດາວິທີການແກ້ໄຂຕ້ອງເປັນຈຸດສູມໃຫ້ມີບຸລິມະສິດ ແລະ ມີລັກສະນະບຸກທະລຸ. ທ່ານນາຍົກລັດຖະມົນຕີ ມອບໃຫ້ ກຸ່ມບັນນາທິການຮັບເອົາບັນດາຄຳເຫັນທີ່ກອງປະຊຸມ, ສຳເລັດໃບສະເໜີ, ບັນດາຮ່າງບົດລາຍງານເພື່ອສົ່ງເຖິງສູນກາງໃນກອງປະຊຸມຄັ້ງຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ