ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ
ພາບ:internet
|
(vovworld)- ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ຫາກໍ່ມີບົດສະຫລຸບກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີແນດສະຫລຸບວຽກງານສາທາລະນະສຸກປີ 2012 ແລະ ຜັນຂະຫຍາຍຫນ້າທີ່ປີ 2013, ໃນນັ້ນ ສະເຫນີໃຫ້ຂະແຫນງສາທາລະນະສຸກ ຕ້ອງຊາບຊືມບັນດາຄາດໝາຍທີ່ວາງອອກໃນການກໍ່ສ້າງຂະແຫນງສາທາລະນະສຸກມຸ່ງໄປເຖິງຄວາມຍຸຕິທຳ, ປະສິດທິຜົນ, ການພັດທະນາ. ທ່ານນາຍົກລັດຖະມົນຕີ ໃສ່ໃຈວ່າ: ຂະແຫນງສາທາລະນະສຸກ ຄວນສຸມໃສ່ເຂົ້າໃນຫນ້າທີ່ຈຸດສຸມຈຳນວນຫນຶ່ງຄື: ເພີ່ມທະວີຜົນສັກສິດ, ປະສິດທິຜົນການຄຸ້ມຄອງແຫ່ງລັດ, ສືບຕໍ່ສ້າງກົດໝາຍໃຫ້ສົມບູນແບບ, ຈັດຕັ້ງການປະຕິບັດນິຕິກຳ, ນະໂຍບາຍຢ່າງມີປະສິດທິຜົນ, ສ້າງຍຸດທະສາດວາງແຜນກຳນົດ, ແຜນການພັດທະນາໃນບັນດາຂົງເຂດຂອງຂະແຫນງສາທາລະນະສຸກ, ສຸມໃສ່ຍົກສູງຄຸນນະພາບການກວດປິ່ນປົວພະຍາດໃຫ້ແກ່ປະຊາຊົນ, ຜັນຂະຫຍາຍການປະຕິບັດແຜນຮ່າງຫລຸດຜ່ອນຈຳນວນຄົນເຈັບເຂົ້າໂຮງໝໍເກີນຂອບເຂດ ໄລຍະ 2013 - 2020 ຢ່າງມີປະສິດທິຜົນ ແລະ ຍົກສູງຄຸນນະພາບບໍລິການສາທາລະນະສຸກ.