ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເຮັດວຽກກັບການນຳແຂວງ ດັກນົງ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເຮັດວຽກກັບການນຳແຂວງ ດັກນົງ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ເຮັດວຽກກັບການນຳແຂວງ
ດັກນົງ
ພາບ:thanhtra.com.vn

(vovworld)-  ຕອນ​ບ່າຍ​ວັນ​ທີ 6/3 ຢູ່​ສຳ​ນັກ​ງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ພ້ອມ​ກັບ​ການ​ນຳ​ບາງ​ຂະ​ແຫນງ​ການ​ຂອງ​ສູນ​ກາງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ດັກ​ນົງ ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ ສັງຄົມ ຢູ່​ທ້ອງ​ຖິ່ນ. ຕາມ​ບົດ​ລາຍ​ງານ​ຂອງ​ແຂວງ​ ດັກ​ນົງ​ ແລ້ວ, ​ເຖິງ​ວ່າ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງກໍ​ຕາມ ​ແຕ່​ໃນ​ປີ 2012 ​ແຂວງ​ດັກ​ນົງ ຍັງ​ຄົງ​ບັນລຸ​ ​ແລະ ລື່ນ​ກາຍ​ບັນດາ​ຄາດໝາຍ​ພັດທະນາ​ເສດຖະກິດ​ສັງຄົມ​ທີ່​ວາງ​ອອກ, ຮັບປະກັນ​ຊີວິດ​ສັງຄົມ ​ແລະ ສະຫວັດດີ​ການ​ສັງຄົມ, ການປ້ອງ​ກັນ​ຄວາມ​ສະຫງົບ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ສືບ​ຕໍ່​ໄດ້​ຮັບປະກັນ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ສະ​ເຫ​ນີ​ແຂວງ ດັກ​ນົງ ຄວນ​ສຸມ​ໃສ່​ພັດທະນາ​ບັນດາ​ທ່າ​ໄດ້​ປຽບ​ຂອງ​ທ້ອງ​ຖິ່ນ ​ເພື່ອ​ສືບ​ຕໍ່​ພັດທະນາ, ກ່ອນ​ອື່ນ​ໝົດ​ແມ່ນ​ເສີມ​ຂະຫຍາຍ​ທ່າ​ໄດ້​ປຽບ​ກ່ຽວ​ກັບ​ທີ່​ດິນ​ເພື່ອ​ພັດທະນາ​ກະສິກຳ​ຕິດ​ພັນ​ກັບ​ການ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ, ພ​້ອມທັງ​ຂຸດ​ຄົ້ນ​ທ່າ​ໄດ້​ປຽບ​ເພື່ອ​ພັດທະນາ​ໄຟຟ້ານ້ຳຕົກ, ຂຸດ​ຄົ້ນ​ບໍ່​ແຫ່. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເນັ້ນ​ຫນັກ​ວ່າ:

        “​ເສີມ​ຂະຫຍາຍ​ທ່າ​ໄດ້​ປຽບ, ​ຜ່ານ​ຜ່າ​ຂໍ້​ຈຳກັດ, ຄວາມ​ຫຍຸ້ງຍາກ​ເພື່ອ​ພັດທະນາ​ແບບ​ຍືນ​ຍົງ, ກ່ອນ​ອື່ນ​ໝົດ​ແມ່ນ​ພັດທະນາ​ກະສິກຳ ຕິດ​ພັນ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃຫມ່, ຕິດ​ພັນ​ກັບ​ກາ​ນລົບ​ລ້າງ​ຄວາມ​ອຶ​ດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ.​ເພາະວ່າ ອັດຕາ​ສ່ວນ​ຜູ້​ທຸກ​ຍາກ​ຢູ່​ແຂວງ ດັກ​ນົງ​ຍັງ​ສູງຢູ່.”

      ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຍັງ​ໃສ່​ໃຈ​ແຂວງ​ດັກ​ນົງ ຄວນ​ເອົາ​ໃຈ​ໃສ່​ເຖິງ​ການ​ພັດທະນາ​ສາທາລະນະ​ສຸກ, ການ​ສຶກສາ​ບຳລຸງ​ສ້າງ, ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ​ເປັນ​ຢ່າງ​ດີ ​ເພື່ອ​ເບິ່ງ​ແຍງ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້​ແກ່​ປະຊາຊົນ​ດີກ​ວ່າ​ເກົ່າ.

ຂ່າວ/ບົດ​ອື່ນ